ຂ່າວສານ

ປະຈຳການລັດຖະບານປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດນ້ຳມັນອາຍແກສ ແລະ ການບິນ

ພ້ອມກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ທຸກວິສາຫະກິດພາຍໃນປະເທດ, ລັດຖະບານ ກໍ່ເອົາໃຈໃສ່ຫນູນຊ່ວຍວິສາຫະກິດ PVN  ແລະ Vietnam Airlines. 


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານການປະຊຸມປະຈຳການລັດຖະບານ

ພາບ: TTXVN


ຕອນບ່າຍວັນທີ 21 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານການປະຊຸມປະຈຳການລັດຖະບານ ກ່ຽວກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ກຸ່ມບໍລິສັດນ້ຳມັນອາຍແກສແຫ່ງຊາດ ຫວຽດນາມ (PVN) ແລະ ບໍລິສັດໃຫຍ່ການບິນ ຫວຽດນາມ(Vietnam Airlines).  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ໃນສະພາບການພື້ນຖານເສດຖະກິດຖືກຜົນສະທ້ອນຈາກໂລກລະບາດ ໂຄວິດ 19, ບັນດາວິສາຫະກິດປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ສະນັ້ນ ພ້ອມກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ທຸກວິສາຫະກິດພາຍໃນປະເທດ, ລັດຖະບານ ກໍ່ເອົາໃຈໃສ່ຫນູນຊ່ວຍວິສາຫະກິດ PVN  ແລະ Vietnam Airlines. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານໄດ້ມີມະຕິແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ທ່ານນາຍົກລັດຖະມົນຕີ ສະເຫນີ PVN  ແລະ Vietnam Airlines ສືບຕໍ່ສ້າງໂຄງປະກອບພາຍໃນວິສາຫະກິດຄືນໃຫມ່, ໂຄງປະກອບການຕະຫລາດ, ໂຄງປະກອບແຮງງານຄືນໃຫມ່, ຫລຸດຜ່ອນລາຍຈ່າຍໃຫ້ຢູ່ໃນລະດັບຕ່ຳສຸດ, ຍົກສູງປະສິດທິຜົນການເຄື່ອນໄຫວກວ່າອີກ. ເພີ່ມທະວີການຄຸ້ມຄອງເສດຖະກິດ, ຕ້ານການຮົ່ວໄຫລ.
(ແຫຼ່ງຄັດຈາກ VOV)

top