• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດບົດລາຍງານຕີລາຄາກາງສະໄໝ ວຽກງານການສ້າງປະຊາຄົມເສດຖະກິດ ອາຊຽນ

      ວັນທີ 28 ເມສາ, ຄະນະເລຂານຸການ ອາຊຽນ ໄດ້ສົມທົບກັບຄະນະຜູ້ຕາງໜ້າ ສະຫະພາບເອີຣົບ (ອີຢູ) ປະຈຳ ອາຊຽນ ໄດ້ປະກາດບົດລາຍງານຕີລາຄາກາງສະໄໝ (MTR) ກ່ຽວກັບແຜນການລະອຽດຂອງ ປະຊາຄົມເສດຖະກິດ ອາຊຽນ (AEC) ຮອດປີ 2025.
            ບົດລາຍງານ MTR ລວມມີ 3 ເນື້ອໃນຕົ້ນຕໍ. ທີໜຶ່ງແມ່ນ ອາຊຽນ ບັນລຸໄດ້ຄວາມຄືບໜ້າທີ່ດີໃນການສ້າງປະຊາຄົມ AEC ແຕ່ຍັງບໍ່ທັນພຽງພໍ. ທີສອງແມ່ນ, ສະພາບການເຊື່ອມໂຍງເສດຖະກິດ ອາຊຽນ ພວມດຳເນີນໃນສະພາບການອື່ນ. ທີສາມແມ່ນ, ປະຊາຄົມເສດຖະກິດ ອາຊຽນ ຍາມໃດກໍຕ້ອງເປີດເຜີຍ ແລະ ເຂົ້າຮ່ວມເພື່ອສ່ອງແສງສິ່ງທີ່ວິສາຫະກິດ, ແຮງງານ ແລະ ຜູ້ບໍລິໂພກໃນພາກພື້ນໄດ້ຜ່ານຜ່າ. ເພາະສະນັ້ນ, ອາຊຽນ ຄວນເພີ່ມທະວີການເຊື່ອມໂຍງ ແລະ ຕິດຕາມກວດກາ ເພື່ອແນໃສ່ກຳນົດໄດ້ບັນດາຊ່ອງວ່າງຢ່າງຈະແຈ້ງ, ຕີລາຄາຄວາມຄືບໜ້າ ແລະ ວິວັດການຢ່າງພາວະວິໄສ. ການຮ່ວມມື ແລະ ຄູ່ຮ່ວມມື ແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວ, ພິເສດແມ່ນບັນດາສິ່ງທ້າທາຍທີ່ມີຂອບຂະໜາດຢູ່ນອກຊາຍແດນ.
        ໂດຍສະແດງຄວາມປະຕິຊົມຊື່ນ ເມື່ອ ອາຊຽນ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ ແຕ່ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນກວັກແຄ໊ງ ຖືວ່າ ອາຊຽນ ຄວນມານະພະຍາຍາມຫຼາຍກວ່າອີກ ເພື່ອເພີ່ມທະວີການຄ້າພາຍໃນກຸ່ມ, ພ້ອມທັງຫວັງວ່າ ບັນດາປະເທດສະມາຊິກ ອາຊຽນ ຈະໄຈ້ແຍກບົດລາຍງານດັ່ງກ່າວຢ່າງລະອຽດ ເພື່ອມຸ່ງໄປເຖິງການປະຕິບັດສຳເລັດບັນດາເປົ້າໝາຍທີ່ຍັງເຫຼືອໃນແຜນການລະອຽດ AEC 2025.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top