• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດບົດນິພົນໂຮ່ຈີມິນຄົບຊຸດ ເຫຼັ້ມ 2, 4, 6 ເປັນພາສາລາວ

      ວັນທີ 24 ກໍລະກົດ, ຢູ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ ໄດ້ດໍາເນີນພິທີປະກາດການແປບົດນິພົນໂຮ່ຈີມິນຄົບຊຸດ ເຫຼັ້ມ 2, 4, 6 ຈາກພາສາຫວຽດນາມເປັນພາສາລາວ ສໍາເລັດຢ່າງເປັນທາງການ. 

ພິທີປະກາດບົດນິພົນໂຮ່ຈີມິນຄົບຊຸດ
      ບົນພື້ນຖານການຮ່ວມມືມິດຕະພາບແບບພິເສດ, ເລິກເຊິ່ງ, ຮອບດ້ານ ແລະ ແມ່ນການຜັນຂະຫຍາຍສັນຍາຮ່ວມມືກ່ຽວກັບເສດຖະກິດ, ວັດທະນະທໍາ, ວິທະຍາສາດ - ເຕັກນິກ ລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດນາມປີ 2014, ພັກ ແລະ ລັດຖະບານສອງປະເທດລາວ - ຫວຽດນາມ ໄດ້ເຫັນດີເປັນເອກະພາບຜັນຂະຫຍາຍໂຄງການ “ແປບົດນິພົນໂຮ່ຈີມິນຄົບຊຸດຈາກພາສາຫວຽດ ເປັນພາສາລາວ” ແລະມອບໃຫ້ສະຖາບັນການເມືອງໂຮ່ຈີມິນ ແລະສະຖາບັນການເມືອງ - ການປົກຄອງແຫ່ງຊາດລາວ ສົມທົບກັນປະຕິບັດ. ບົດນິພົນໂຮ່ຈີມິນຄົບຊຸດເຫຼັ້ມທີ 6 ມີບົດຂຽນຂອງເພິ່ນມີທັງໝົດ 224 ບົດ ໃນໄລຍະແຕ່ວັນທີ 1/1/1949 – 31/12/1950, ໂດຍສ່ອງແສງໃຫ້ເຫັນທັດສະນະ ກ່ຽວກັບແນວທາງ, ຍຸດທະສາດ, ຍຸດທະວິທີປະຕິວັດອັນເລິກເຊິ່ງຂອງປະທານໂຮ່ຈີມິນ ໂດຍພື້ນຖານ ເພື່ອນໍາທົ່ວກອງທັບ, ທົ່ວປວງຊົນຍູ້ແຮງພາລະກິດ ຕໍ່ສູ້, ສ້າງສາປະເທດຊາດ ແລະຍາດເອົາໄຊຊະນະຢ່າງໄວວາ.
        ກ່າວຄໍາເຫັນທີ່ພິທີ, ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດຖາວ, ຮອງຜູ້ອໍານວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ເນັ້ນໜັກເຖິງບັນດາບົດຮຽນອັນລໍ້າຄ່າໃນເບື້ອງຕົ້ນ ທີ່ຖອດຖອນມາໄດ້ຈາກໝາກຜົນຂອງການຮ່ວມມື ຈະແມ່ນພື້ນຖານສໍາຄັນເພື່ອໃຫ້ສອງປະເທດສືບຕໍ່ຜັນຂະຫຍາຍ ໂຄງການ “ແປບົດນິພົນໂຮ່ຈີມິນຄົບຊຸດຈາກພາສາຫວຽດ ເປັນພາສາລາວ” ໃຫ້ມີປະສິດທິຜົນສູງ ແລະ ປະສົບຜົນສໍາເລັດໃນໄລຍະຈະມາເຖິງໂດຍໄວ.
 (ແຫຼ່ງຄັດຈາກ VOV)

ຊາວ ຫວຽດນາມ ອາໄສ ຢູ່ ຕ່າງ​ປະ​ເທດ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ຊາວ ຫວຽດນາມ ອາໄສ ຢູ່ ຕ່າງ​ປະ​ເທດ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ຈະມີຫຼາຍລັດຖະນະໂຍບາຍ ເພື່ອນຳປະເທດ ຫວຽດນາມ ຈາກປະເທດພວມພັດທະນາ ໃຫ້ກາຍເປັນປະເທດມີພື້ນຖານເສດຖະກິດພັດທະນາ

Top