• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບົດບາດຂອງສື່ມວນຊົນໃນການຊຸກຍູ້ຂະແໜງເສດຖະກິດທ່ອງທ່ຽວຢູ່ ຫວຽດນາມ

ເວທີປາໄສ “ບົດບາດຂອງສື່ມວນຊົນໃນການຊຸກຍູ້ຂະແໜງເສດຖະກິດທ່ອງທ່ຽວຢູ່ ຫວຽດນາມ ປີ 2026” ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 22 ພຶດສະພາ, ຢູ່ແຂວງ ກວາງຈິ.
  (ທ່ານ ໂຮ່ອານຟອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ກ່າວຄຳເຫັນໄຂເວທີປາໄສ)  

ເວ​ທີ​ປາ​ໄສ “ບົດ​ບາດ​ຂອງ​ສື່ມວນ​ຊົນ​ໃນ​ການ​ຊຸກ​ຍູ້​ຂະ​ແໜງ​ເສດ​ຖະ​ກິດທ່ອງ​ທ່ຽວ​ຢູ່ ຫວຽດ​ນາມ ປີ 2026” ໂດຍ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ​ ທ່ອງ​ທ່ຽວ ຫວຽດ​ນາມ ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 22 ພຶດ​ສະ​ພາ, ຢູ່​ແຂ​ວງ ກວາງ​ຈິ.

ເວ​ທີ​ປາ​ໄສ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເຊິ່ງ​ແມ່ນ​ການ​ນຳ​ບັນ​ອາ​ອົງ​ການ​ສື່ມວນ​ຊົນ, ນັກ​ຊ່​ຽວ​ຊານ, ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ແລະ ບັນ​ດາ​ທ້ອງ​ຖິ່ນກວ່າ 200 ຄົນ. ທ່ານ ຟ້າມ​ແມ້ງ​ຮຸ່ງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ.

ກ່າວ​ຄຳ​ເຫັນ​ໄຂ​ເວ​ທີ​ປາ​ໄສ, ທ່ານ ໂຮ່​ອານ​ຟອງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ຊີ້​ແຈ້ງວ່າ ສຳ​ລັບ​ການ​ທ່ອງ​ທ່ຽວ, ສື່ມວນ​ຊົນ​ແມ່ນ “ຂົວ​ເຊື່ອມ​ຕໍ່” ລະ​ຫວ່າງ​ຈຸດ​ນັດ​ພົບ​ກັບ​ແຂກ​ທ່ອງ​ທ່ຽວ; ລະ​ຫວ່າງ​ຄຸ​ນ​ຄ່າ​ວັດ​ທະ​ນະ​ທຳ​ກັບ​ຕະ​ຫຼາດ; ລະ​ຫວ່າງ​ພາບ​ພົດ​ຂອງ​ປ​ະ​ເທດ​ຊາດ​ຕໍ່​ປະ​ຊາ​ຄົມ​ສາ​ກົນ.

“ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ເຮັດ​ແຈ້ງ​ບົດ​ບາດ​ຂອງ​ສື່ມວນ​ຊົນ​ຕໍ່​ກັບການຊຸກຍູ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢູ່ ຫວຽດ​ນາມ. ສື່ມວນ​ຊົນ ແລະ ວິ​ສ​າ​ຫະ​ກິດ​ທ່ອງ​ທ່ຽວ​ມີ​ການ​ກະ​ທົບ​ໜູ​ນຊ່ວຍ​ເຊິ່ງ​ກັນ ແລະ ກັນ​ຄື​ດັ່ງ​ລະ​ບົບ​ຊີ​ວ​ະ​ພາບ. ສື່ມວນ​ຊົນ​ກໍ່​ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ການສື່ສານ​ທີ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ເຄື່ອງໝາຍ​ການ​ຄ້າ, ​ສະ​ໜັບ​ສະ​ໜູນ​​ການ​ເລີ່ມ​ປະກອບການທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ, ຮ່ວມ​ເດີນ​ທາງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ”.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ບັນດາຂົງເຂດໃຫ້ບຸລິມະສິດປຶກສາຫາລືລ້ວນແຕ່ຮັບໃຊ້ເປົ້າໝາຍລວມແມ່ນ ສຸມໃສ່ຊຸກຍູ້ວິໄສທັດການພັດທະນາເສດຖະກິດ ອາຊີ - ປາຊີຟິກ ຢ່າງຍາວໄກ.

Top