ຂ່າວສານ
ບົດຂຽນຂອງທ່ານເລຂາທິການໃຫຍ່ ໂຕເລິມ ດ້ວຍຫົວຂໍ້ “ປະເທດ ຫວຽດນາມ ແມ່ນໜຶ່ງ, ຊົນຊາດ ຫວຽດນາມ ແມ່ນໜຶ່ງ”
ຈຸດເວລາທຸງປົດປ່ອຍໄດ້ປິວສະປັດຢູ່ຈອມທຳນຽບ ດົກເລິບ ແປວ່າ ທຳນຽບ ເອກະລາດ ເມື່ອຕອນສວຍ ວັນທີ 30 ເມສາ ປີ 1975 ໄດ້ນຳເຂົ້າໃນປະຫວັດສາດຊົນຊາດ ຄືເຫດການທີ່ມີຄວາມເປັນກຽດສຳຄັນຍິ່ງ - ວັນພາກໃຕ້ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. ນັ້ນບໍ່ພຽງແຕ່ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດທີ່ເຕັມໄປດ້ວຍຄວາມລຳບາກກາກກຳເທົ່ານ້ັນ ຫາກຍັງແມ່ນສັນຍາລັກອັນໃສແຈ້ງຂອງລັດທິວິລະຊົນປະຕິວັດ, ຂອງເຈດຈຳນົງເອກະລາດ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກຳລັງມະຫາສາມັກຄີທົ່ວປວງຊົນທັງຊາດອີກດ້ວຍ.
ຄວາມມຸ່ງຫວັງກ່ຽວກັບປະເທດ ຫວຽດນາມ ແຫ່ງສັນຕິພາບ, ເປັນເອກະພາບ, ເອກະລາດ, ເສລີພາບ ແມ່ນແປວໄພອັນສັກກາລະບູຊາ ຫຼໍ່ຫຼອມຈິດໃຈຊາດໃນຕະຫຼອດໄລຍະປະຫວັດສາດນັບພັນປີ. ນັບແຕ່ເວລາ ເຈົ້າຊີວິດຮຸ່ງ ສ້າງສາປະເທດຊາດມາຮອດປັດຈຸບັນ, ຜ່ານຜ່າການຕໍ່ສູ້ຕ້ານພວກສັດຕູຜູ້ຮຸກຮານບໍ່ຈັກວ່າເທົ່າໃດ ເພື່ອປົກປັກຮັກສາປະເທດຊາດ, ຜືນແຜ່ນດິນອັນຄົບຖ້ວນ, ຈິດໃຈຮັກຊາດ, ຈິດໃຈຊົນຊາດ ຍາມໃດກໍ່ແມ່ນເສັ້ນໄໝແດງລຸລວງໃນໄລຍະປະຫວັດສາດ. ພາຍໃຕ້ການຊີ້ນຳຂອງພັກ ແລະ ລຸງໂຮ່, ຄວາມມຸ່ງຫວັງນັ້ນ ຍາມໃດກໍ່ແມ່ນກຳລັງແຮງທາງດ້ານຈິດໃຈທີ່ບໍ່ມີຫຍັງປຽບທຽບໄດ້, ເລັ່ງ ປະຊາຊົນໝົດທຸກຄົນ, ເປັນຈິດໜຶ່ງໃຈດຽວກັນ, ຮ່ວມແຮງຮ່ວມໃຈຜ່ານຜ່າທຸກສິ່ງ ທ້າທາຍ, ທຸກຄວາມຫຍຸ້ງຍາກເພື່ອຍາດເອົາເອກະລາດ ໃນປີ 1945, ຂັບໄລ່ພວກຫົວເມືອງຂຶ້ນ ເມື່ອປີ 1954 ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ເມື່ອປີ 1975.
ໄຊຊະນະຂອງຊົນຊາດວິລະຊົນ
ໄຊຊະນະວັນທີ 30 ເມສາ 1975 ບໍ່ພຽງແຕ່ມີຄວາມໝາຍສິ້ນສຸດສົງຄາມທີ່ ແກ່ຍາວ ແລະ ດຸເດືອດທີ່ສຸດ ໃນປະຫວັດສາດທັນສະໄໝຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂີດໝາຍອັນພົ້ນເດັ່ນປະກາຍແຈ້ງໃນເສັ້ນທາງແຫ່ງການສ້າງສາ ແລະ ຮັກສາປະເທດຂອງຊາດອີກດ້ວຍ. ນັ້ນແມ່ນໄຊຊະນະຂອງຄວາມໄວ້ເນື້ອເຊື່ອໃຈ, ຄວາມໄຝ່ຝັນເອກະລາດ, ເສລີພາບ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ໄຊຊະນະຂອງກຳລັງມະຫາສາມັກຄີທົ່ວປວງຊົນທັງຊາດ ພາຍໃຕ້ການຊີ້ນຳນຳພາ ຢ່າງສະຫຼາດສ່ອງໄສຂອງພັກກອມມູນິດ ຫວຽດນາມ, ໄຊຊະນະຂອງສັດຈະທຳ “ບໍ່ມີຫຍັງປະເສີດເລີດລຳ້ກ່ວາ ເອກະລາດ, ເສລີພາບ” ແລະ ຈິດໃຈຮັກຊາດຢ່າງເຕັມປ່ຽມ, ເຈດຈຳນົງຕໍ່ສູ້, ບໍ່ຍອມຈຳນົນຂອງປະຊາຊົນ ຫວຽດນາມ ນັບພັນຊີວິດ, ຂອງບັນດາກຳລັງທີ່ກ້າວໜ້າ ແລະ ປະຊາຊົນທີ່ຮັກຫອມສັນຕິພາບໃນໂລກ.
ໄຊຊະນະວັນທີ 30 ເມສາ 1975 ແມ່ນໝາກຜົນຂອງການຕັດສິນຂອງຊາດ ຫວຽດນາມ ກ່ຽວກັບການທ້ອນໂຮມປະເທດຊາດເປັນເອະພາບ, ບໍ່ຖືກຕັກແຍກອອກ ຈາກກັນ ດ້ວຍບໍ່ວ່າກຳລັງໃດ. ປະທານ ໂຮ່ຈີມິນ - ການນຳຜູ້ປີຊາສາມາດຂອງຊາດ - ໄດ້ຢັ້ງຢືນສັດຈະທຳອະມະຕະວ່າ: “ປະເທດ ຫວຽດນາມ ແມ່ນໜຶ່ງ, ຊົນຊາດ ຫວຽດນາມ ແມ່ນໜຶ່ງ. ແມ່ນ້ຳອາດຈະເຫືອດແຫ້ງ, ພູຜາອາດຈະເຊາະເຈື່ອນ ແຕ່ສັດຈະທຳນັ້ນບໍ່ອາດປ່ຽນແປງໄດ້”.
ຄຳເວົ້າຂອງປະທານ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນຄຳຖະແຫຼງອັນສັກກາລະບູຊາກ່ຽວ ກັບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນເທົ່ານັ້ນ ຫາກຍັງແມ່ນທວນໄຟເຍືອງທາງ, ແມ່ນແຫຼ່ງບັນດານໃຈ, ສົ່ງກຳລັງແຮງໃຫ້ແກ່ຊາວ ຫວຽດນາມ ທຸກລຸ້ນຄົນໃນຕະຫຼອດໄລຍະເກີດສົງຄາມ ທີ່ເປັນໄປດ້ວຍຄວາມລຳບາກກາກຳ ແລະ ດຸເດືອດ. ໄຊຊະນະວັນທີ 30 ເມສາ 1975 ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ເຫັນທິດສະດີຂອງຍຸກສະໄໝ “ບໍ່ມີຫຍັງປະເສີດເລີດລຳ້ກ່ວາ ເອກະລາດ, ເສລີພາບ”.
ບໍ່ພຽງແຕ່ໄຊຊະນະການທະຫານ, ໄຊຊະນະວັນທີ 30 ເມສາ 1975 ຍັງແມ່ນສິ່ງຍອດຍິ່ງຂອງພູມປັນຍາ, ຄຸນທາດ ແລະ ຄວາມຫວັງຢ່າງແຮງກ່ຽວກັບພື້ນຖານສັນຕິພາບທີ່ຍືນຍົງ, ກ່ຽວກັບສິດຄວາມຕັດສິນເອງຂອງຊົນຊາດທີ່ເຄີຍຖືກປົກຄອງ, ຕັດແຍກ ແລະ ກົດຂີ່ຂູດຮີດ. ຄືຄຳເວົ້າຂອງສະຫາຍເລຂາທິການໃຫຍ່ ເລຢວນ “ໄຊຊະນະນັ້ນບໍ່ແມ່ນຂອງຜູ້ໃດຜູ້ໜຶ່ງ, ຫາກແມ່ນຂອງທົ່ວຊາດ ຫວຽດນາມ”. ແລະ ນັກກະວີ ໂຕຮຶວ ເຄີຍຂຽນວ່າ “ຄວາມເຈັບປວດນີ້ແມ່ນຂອງສະເພາະຜູ້ໃດ, ຂອງມວນມະນຸດໃນວິລະກຳນີ້”.
ມະຫາໄຊລະດູບານໃໝ່ ປີ 1975 ກໍ່ໄດ້ສ້າງຂີດໝາຍຢ່າງແຮງບົນເວທີສາກົນ, ລະດົມກຳລັງໃຈຢ່າງເລິກເຊິ່ງໃຫ້ແກ່ຂະບວນການປົດປ່ອຍຊາດຢູ່ຫຼາຍພາກພື້ນເຂດ ອາຊີ, ອາບຟິຼກກາ, ອາເມລິກາ ລາຕິນ, ລະດົມສົ່ງເສີມບັນດາຊົນຊາດລຸກຮື້ຂຶ້ນຕ້ານລັດທິຫົວເມືອງຂຶ້ນແບບໃໝ່ ແລະ ຍາດເອົາສິດເສລີ, ເອກະລາດຄືນ. ນັ້ນແມ່ນໄຊຊະນະຂອງສັດຈະທຳຕໍ່ ໜ້າມະຫາອຳນາດ, ຄຳຢັ້ງຢືນຕໍ່ປະຊາຄົມສາກົນທີ່ວ່າ: ເຖິງວ່າຊາດຍັງນ້ອຍ ແຕ່ ຖ້າມີຄວາມເປັນທຳ, ຄວາມສາມັກຄີ ແລະ ເຈດຈຳນົງກ້າແກ່ນ, ດ້ວຍການສະໜັບສະໜູນ, ຊ່ວຍເຫຼືອັນໃສແຈ້ງຂອງເພື່ອນມິດສາກົນ, ຂອງບັນດາ ກຳລັງທີ່ກ້າວໜ້າ ແລະ ປະຊາຊົນທີ່ຮັກຫອມສັນຕິພາບໃນໂລກແລ້ວ ແນ່ນອນວ່າ ຈະຍາດໄດ້ໄຊຊະນະຕໍ່ບັນດາກຳລັງແຮງກວ່າທົບຫຼາຍເທົ່າ.
ເຈດຈຳນົງ, ຄວາມຫມຸ່ງມາດປາດຖະໜາທ້ອນໂຮມປະເທດຊາດເປັນເອກະພາບ
ໃນຕະຫຼອດໄລຍະ 30 ປີແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ແລະ ຈັດກະພັດ (1945–1975), ຊົນຊາດ ຫວຽດນາມ ໄດ້ຜ່ານຜ່າຄວາມລຳບາກກາກ, ການເສຍສະຫຼະ, ຄວາມສູນເສຍແບບທີ່ບໍ່ເຄີຍມີມາກ່ອນ, ເຈດຈຳນົງກ່ຽວກັບປະເທດ ຫວຽດນາມ ເປັນເອກະພາບ, ທ້ອນໂຮມປະເທດຊາດເປັນເອກະພາບ ບໍ່ສາມາດສັ່ນສະເທືອນໄດ້.
ໃນຄຳຮຽກຮ້ອງເນື່ອງໃນໂອກາດວັນຊາດ ຫວຽດນາມ ຄືວັນທີ 2 ກັນຍາ 1955, ລຸງໂຮ່ ຢັ້ງຢືນວ່າ “ແນ່ນອນວ່າ ຫວຽດນາມ ຈະເປັນເອກະພາບ, ຍ້ອນປະເທດ ຫວຽດນາມ ເປັນກຸ່ມໜຶ່ງ, ບໍ່ມີຜູ້ໃດສາມາດຕັກແຍກໄດ້”. ໃນຈົດໝາຍສົ່ງໄປຍັງພໍ່ແມ່ປະຊາຊົນໃນທົ່ວປະເທດເມື່ອປີ 1956, ເພິ່ນຂຽນວາ່: “ການທ້ອນໂຮມປະເທດຊາດເປັນເອກະພາບ ແມ່ນເສັ້ນທາງຊີວິດຂອງປະຊາຊົນເຮົາ”. ເມື່ອສົງຄາມພວມຢູ່ໃນ ໄລຍະດຸເດືອດທີ່ສຸດ, ວັນທີ 17 ກໍລະກົດ ປີ 1966, ເພິ່ນຖະແຫຼງວ່າ: “ສົງຄາມອາດຈະແກ່ຍາວເປັນເວລາ 5 ປີ, 10 ປີ, 20 ປີ ຫຼື ນານກ່ວານັ້ນ. ຮ່າໂນ້ຍ, ຫ໋າຍຝ່ອງ ຫຼືນະຄອນ, ໂຮງຈັກໂຮງງານຈຳນວນໜຶ່ງ ອາດສາມາດຖືກທຳລາຍ. ແຕ່ປະຊາຊົນ ຫວຽດນາມ ບໍ່ຢ້ານກົວ, ບໍ່ມີຫຍັງປະເສີດເລີດລຳ້ກວ່າເອກະລາດ, ເສລີພາບ. ຮອດວັນມີໄຊຊະນະ, ປະຊາຊົນເຮົາຈະສ້າງສາປະເທດຄືນ ໃໝ່ທີ່ໃຫຍ່ໂຕກວ່າ, ສວຍງາມກວ່າ”. ແລະ ຖືກຄືແນວນັ້ນ, ພາຍໃຕ້ການຊີ້ນຳຂອງປະທານໂຮ່ຈີມິນ ແລະ ພັກກອມມູນິດ ຫວຽດນາມ, ທະຫານ ແລະ ປະຊາຊົນ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ຕີປະລາໄຊບັນດາຍຸດທະສາດສົງຄາມທີ່ທັນສະໄໝ, ດ້ວຍຄວາມໄວ້ເນື້ອເຊື່ອໃຈຢ່າງກ້າແກ່ນຕໍ່ກຳລັງແຮງຂອງຄວາມເປັນທຳ ແລະ ຈິດໃຈເອກະລາດຊົນຊາດ.ຄຳຖະແຫຼງ ຫວຽດນາມ ແມ່ນໜຶ່ງ, ຊົນຊາດ ຫວຽດນາມ ແມ່ນໜຶ່ງ ຂອງປະທານ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນສັດຈະທຳ, ການກຳນົດທິດຍຸດທະສາດເທົ່ານັ້ນ, ຫາກຍັງແມ່ນຄຳສັ່ງຈາກຫົວໃຈຂອງທັງຊາດ. ໃນຄວັນໄຟສົງຄາມ, ຄຳເວົ້ານັ້ນ ໄດ້ກາຍເປັນກຳລັງແຮງທີ່ໃຫຍ່ຫຼວງ, ສ້າງແຫຼ່ງບັນດາໃຈຢ່າງແຮງ, ສ້າງກຳລັງໜູນໃຫ້ແກ່ຊາວ ຫວຽດນາມ ນັບລ້ານຄົນກ້າວໄປຕໍ່ສູ້ຕ້ານສັດຕູຢູ່ສະໜາມຮົບຕ່າງໆດ້ວຍເຈດຈຳນົງ “ຍອມສະຫຼະຊີວິດເພື່ອປະເທດຊາດ”. ຄຳເວົ້າຂອງ ລຸງໂຮ່ ແມ່ນ ຄຳຮຽກຮ້ອງອັນສັກກາລະບູຊາ, ແມ່ນສັນຍາລັກຂອງຄວາມຕັດສິນໃຈ ຜ່ານຜ່າທຸກຄວາມເຈັບປວດ, ຄວາມລຳບາກກາກຳ, ເພື່ອຍາດເອົາເອກະລາດ, ເສລີພາບໃຫ້ແກ່ຊົນຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຄວາມອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນ.
ໃນຕະຫຼອດ 30 ປີແຫ່ງການຕໍ່ຕ້ານ ແລະ ສ້າງສາປະເທດຊາດ,ລູກລູກຮັກຫຼານແພງນັບລ້ານຄົນຂອງຊາດ ໄດ້ຕໍ່ສູ້, ເສຍສະຫຼະຊີວິດຢ່າງພິລະອາດຫານ, ມີຄຄຄອບຄົວບໍ່ຈັກວ່າເທົ່າໃດໄດ້ສູນເສຍຍາດພີ່ນ້ອງ, ໝູ່ບ້ານ, ຕົວເມືອງຖີກທຳລາຍ, ມີໄວໜຸ່ມຫຼາຍລຸ້ນຄົນຕ້ອງປະລະຄວາມໄຝ່ຝັນຮ່ຳຮຽນ ແລະ ອະນາຄົດຂອງຕົນເພື່ອເດີນທາງໄປປົກປັກຮັກສາປະເທດຊາດ ດ້ວຍຄຳຄປະຕິຍານວ່າ“ຕອນໃດຍັງມີສັດຕູ ແມ່ນເຮົາຈະບໍ່ກກັບຄືນ”. ບັນດາຜູ້ເປັນແມ່ໄປສົ່ງລູກ, ເມຍໄປສົ່ງຜົວເດີນທາງອອກສະໜາມຮົບ ແຕ່ບໍ່ຮູ້ວັນກັບຄືນ. ມີເດັກນ້ອຍຫຼາຍຄົນເຕີບໃຫຍ່ໃນຫ່າຝົນລະເບີດ, ສຽງປືນ, ຮຽນໜັງສືຢູ່ໃນອຸມົງ, ກິນສາລີ, ເຜືອກ, ມັນຕົ້ນແທນເຂົ້າ. ມີທະຫານ, ຊາວໜຸ່ມຕະລຸມບອນ, ແຮງງານເກນຮັບໃຊ້ສະໜາມຮົບບໍ່ຈັກວ່າເທົ່າໃດຄົນໄດ້ເສຍສະຫຼະຊີວິດໃນດິນແດນ ຫວຽດນາມ, ບັນດານັກຮົບເຄື່ອນໄຫວພິເສດຕໍ່ສູສູ້ຢູໃນວົງປິດລ້ອມຂອງສັດຕູ, ທະຫານລາດກອງຫຼອນຢູ່ບຶງບວກ, ໝູ່ບ້ານ, ບັນດານັກຮົບປົດປ່ອຍຂ້າມແມ່ນ້ຳ ເບັ໊ນຫາຍ, ຂ້າມສາຍພູຫຼວງ… ທັງໝົດລ້ວນແຕ່ມີຄວາມເຊື່ອມໝັ້ນອັນແຮງກ້າໄວ້ໃນໃຈ: ຊາດ ຫວຽດນາມ ຈະຍາດໄດ້ສິດເປັນເຈົ້າປະເທດຊາດຕົນ, ແນ່ນອນວ່າສອງພາກເໜືອໃຕ້ຈະໂຮມເຂົ້າກັນເປັນປຶກແຜ່ນດຽວກັນ.
ໄຊຊະນະວັນທີ 30 ເມສາ ປີ 1975 ແມ່ນໝາກຜົນລວມຍອດຈາກອຸດົມການ ແລະ ເຈດຈຳນົງອັນເຂັ້ມແຂງແຮງກ້າຂອງຊາດ ບໍ່ມີວັນຍອມຈຳນົນ, ຈາກເລືອດເນື້ອຂອງປະຊາຊົນ ຫວຽດນາມ ນັບລ້ານຄົນ, ຈາກຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ, ຈາກຄຸນນະທາດ, ຄວາມເຊື່ອໝັ້ນໄຊຊະນະ ແລະ ຄວາມຕັດສິນໃຈບໍ່ມີວັນທໍ້ຖອຍ.
ເຄິ່ງສະຕະວັດໄດ້ຜ່ານພົ້ນໄປ ນັບແຕ່ວັນປະເທດຊາດໂຮມເຂົ້າເປັນປຶກໜຶ່ງແຜ່ນດຽວ, ແຕ່ບັນດາຈັງຫວະຂອງບົດເພງສະຫຼອງໄຊຍັງກັງວານຂຶ້ນໃນຈິດວິນຍານຂອງຊາດ ຫວຽດນາມ. ເນື່ອງໃນໂອກາດສະເຫຼີມສະຫຼອງເຫດການສຳຄັນນີ້, ພວກເຮົາເຄົາລົບນັບຖືປະທານ ໂຮ່ຈີມິນ ທີ່ແສນເຄົາລົບຮັກ, ການນຳຜູ້ປີຊາສາມາດຂອງພັກ ແລະ ຊາດ ຫວຽດນາມ, ອາຈານຜູ້ຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ, ນັກວິລະຊົນປົດປ່ອຍຊາດ, ບຸລຸດຜູ້ມີຊື່ສຽງດ້ານວັດທະນະທຳໂລກ, ນັກຮົບຜູ້້ເກັ່ງກ້າສາມາດຂອງຂະບວນການກອມມູນິດສາກົນ, ຜູ້ຕັ້ງພື້ນຖານແນວຄິດໃຫ້ແກ່ພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດ; ສະແດງຄວາມຮູ້ບຸນຄຸນ ແລະ ອາໄລຫາບັນດາສະຫາຍການນຳລຸ້ນກ່ອນຂອງພັກ, ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ພໍ່ແມ່ພີ່ນ້ອງ ແລະ ນັກຮົບໃນທົ່ວທຸກເຂດພາກຂອງປະເທດຊາດ ທີ່ໄດ້ຕໍ່ສູ້, ເສຍສະຫຼະຊີວິດເພື່ອອຸດົມການອັນສູງສົ່ງນັ້ນ. ປະຊາຊົນ ຫວຽດນາມ ໃນວັນນີ້ ແລະ ລຸ້ນຫຼັງ ຈະຈົດຈຳຄຸນງາມຄວາມດີ ແລະ ການເສຍສະຫຼະອັນຍິ່ງໃຫຍ່ ເພື່ອເອກະລາດຂອງຊາດ, ເພື່ອຄວາມຜາສຸກ, ອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນ ແລະ ເພື່ອການຍືນຍົງຄົງຕົວ, ການພັດທະນາຂອງຊາດ.
ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ເພື່ອນມິດສາກົນ - ບັນດາກຳລັງກ້າວໜ້າ, ບັນດາປະເທດສັງຄົມນິຍົມອ້າຍນ້ອງ, ບັນດາອົງການມະນຸດສະທຳ ແລະ ປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກ… ໄດ້ຮ່ວມເດີນທາງ, ຊ່ວຍເຫຼືອ ແລະ ສະໜັບສະໜູນ ຫວຽດນາມ ໃນຕະຫຼອດຊຸມວັນເດືອນປີແຫ່ງການຕໍ່ສູ້ປົດປ່ອຍຊາດ, ກໍຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ພາຍຫຼັງສົງຄາມ. ປະຊາຊົນ ຫວຽດນາມ ຈະເຄົາລົບ, ຖະໜຸຖະໜອມ ແລະ ຈົດຈຳນ້ຳໃຈ ແລະ ການຊ່ວຍເຫຼືອຢ່າງຈິງໃຈ, ບໍລິສຸດຜຸດຜ່ອງນັ້ນໃນໃຈຂອງຕົນຕະຫຼອດການ.
ເຄິ່ງສະຕະວັດຟື້ນຟູ, ຮຳບາດແຜ ແລະ ພັດທະນາ
ໃນກວ່າໜຶ່ງສະຕະວັດຜ່ານມາ, ຊາດ ຫວຽດນາມ ໄດ້ຜ່ານຜ່າບັນດາໄລຍະປະຫວັດສາດທີ່ເຈັບປວດ, ຕ້ອງແບກຫາບ ຄວຄວາມສູນເສຍບໍຈັກວ່າເທົາໃດໃຕ້ແອກປົກຄອງ, ການກົດຂີ່ຂູດຮີດຂອງລ່າເມືອງຂຶ້ນ, ສັກດີນາ ແລະ ພິເສດແມ່ນ 2 ສົງຄາມທີ່ດຸເດືອດແກ່ຍາວກວ່າ 3 ທົດສະວັດ. ສົງຄາມບໍ່ພຽງແຕ່ທຳລາຍຊີວິດຂອງນັບລ້ານຄົນເທົ່ານັ້ນ, ຫາກຍັງປະຜົນຕາມມາທີ່ຝັງເລິກກ່ຽວກັບກຳລັງກາຍ, ຈິດໃຈ, ເສດຖະກິດສັງຄົມ ແລະ ສິ່ງແວດລ້ອມ, ສົ່ງຜົນກະທົບຕໍ່ທັງລຸ້ນຄົນທີ່ໄດ້ກຳເນີດໃນເວລາທີ່ສຽງປືນຢຸດຕິລົງແລ້ວ. ບໍ່ມີເຂດດິນແດນໃດໃນທົ່ວປະເທດ ຫວຽດນາມ ທີ່ບໍ່ມີຄວາມເຈັບປວດ; ບໍ່ມີຄອບຄົວໃດທີ່ບໍ່ຖືກແບກຫາບການສູນເສຍ, ເສຍສະຫຼະ ແລະ ໄລ່ຮອດປັດຈຸບັນນີ້ ຍັງຄົງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ລູກລະເບີດ, ທາດພິດສີສົ້ມ...
ແຕ່ໄລຍະເວລາ, ຄວາມເມດຕາປານີ, ເອື້ອເຟື້ອເຜື່ອແຜ່ ໄດ້ຊ່ວຍໃຫ້ຊາດເຮົາຜ່ານຜ່າຄວາມເຈັບປວດ, ຮຳບາດແຜ, ປະອະດີດຕະການໄວ້, ເຄົາລົບຄວາມແຕກຕ່າງກັນເປັນເທື່ອລະກ້າວ ມຸ່ງໄປເຖິງອະນາຄົດ. ພາຍຫຼັງ 50 ປີທີ່ປະເທດຊາດໄດ້ທ້ອນໂຮມເປັນເອກະພາບ, ພວກເຮົາໄດ້ມີຄຸນນະທາດ, ຄວາມເຊື່ອໝັ້ນ, ຄວາມເອກອ້າງທະນົງໃຈ ແລະ ຄວາມໂອບເອື້ອອາລີຢ່າງພຽງພໍເພື່ອຜ່ານຜ່າຄວາມເຈັບປວດ ພ້ອມກັນມຸ່ງໄປສູ່ຂ້າງໜ້າ - ເພື່ອໃຫ້ສົງຄາມຜ່ານໄປ ບໍ່ແມ່ນສິ່ງກີດຂວາງລະຫວ່າງມະນຸດຮ່ວມສາຍເລືອດແມ່ເອົາເກີອີກຕໍ່ໄປ.
ໃນວິວັດທະນາການພັດທະນານັ້ນ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍຖືນະໂຍບາຍປອງດອງຊາດແມ່ນຍຸດທະສາດຍາວນານ, ແມ່ນເສົາຄ້ຳໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ພວກຂ້າພະເຈົ້າເຂົ້າໃຈແຈ້ງບັນດາສາຍເຫດປະຫວັດສາດທີ່ກໍ່ໃຫ້ເກີດສົງຄາມ - ຈາກການແຊກແຊງ, ແບ່ງແຍກຈາກພາຍນອກຕະຫຼອດຮອດບັນດາກົນອຸບາຍມ້າງທຳລາຍນ້ຳໃຈສາມັກຄີ, ກໍ່ໃຫ້ເກີດຄວາມຄຽດແຄ້ນຍ້ອນກົນອຸບາຍການເມືອງ. ແຕ່ພວກເຮົາກໍເຂົ້າໃຈວ່າ: ປະຊາຊົນ ຫວຽດນາມ ທຸກຄົນ, ເຖິງວ່າຢູ່ພາຍໃນປະເທດ ຫຼື ຕ່າງປະເທດ, ເຖິງວ່າຢືນຢູ່ຝ່າຍໃດຂອງປະຫວັດສາດ, ກໍ່ລ້ວນແຕ່ມີກົກເຄົ້າເຫງົ້າກໍ, ມີພາສາເວົ້າ, ມີຄວາມຮັກຕໍ່ປະເທດຊາດບ້ານເມືອງ.
ຊຸມປີຜ່ານມາ, ໃນການເດີນທາງໄປປະຕິບັດງານຢູ່ເກືອບທຸກທະວີບໃນໂລກ, ຂ້າພະເຈົ້າມີຫຼາຍໂອກາດໄດ້ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ພວມດຳລົງຊີວິດຢູ່ຕ່າງປະເທດ - ຈາກປັນຍາຊົນໜຸ່ມທີ່ກໍ່ຮ່າງສ້າງຕົວຢູ່ ເອີຣົບ, ທະວີບອາເມລິກາ, ອາຊີ, ໂອເຊອານີ ຕະຫຼອດຮອດບັນດານັກທຸລະກິດທີ່ປະສົບຜົນສຳເລັດ, ນັກສິລະປິນທີ່ມີຊື່ສຽງ, ຜູ້ອອກແຮງງານທຳມະດາຢູ່ບັນດາ “ເຂດດິນແດນໃໝ່”, ນັບທັງຜູ້ທີ່ອ່ຽງໄປທາງ “ຝ່າຍກົງກັນຂ້າມ” ໃນເມື່ອກ່ອນ. ການພົບປະແຕ່ລະຄັ້ງ ລ້ວນແຕ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ຂ້າພະເຈົ້າ: ເຖິງວ່າມີຄວາມແຕກຕ່າງກັນກ່ຽວກັບທັດສະນະການເມືອງ, ປະຫວັດສາດ ຫຼື ເງື່ອນໄຂດຳລົງຊີວິດ, ແຕ່ເຂົາເຈົ້າລ້ວນແຕ່ມີຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ລ້ວນແຕ່ເປັນ “ລູກຫຼານດິນແດນຫວຽດນາມ” ແລະ ຄວາມຄິດຮອດຄະນຶງຫາບ້ານເກີດເມືອງນອນຢ່າງເລິກເຊິ່ງ.
ຂ້າພະເຈົ້າເຄີຍເຫັນປະຈັກຕາຫຼາຍການພົບປະທີ່ມີຄວາມຕື້ນຕັນໃຈລະຫວ່າງບັນດານັກຮົບເກົ່າ ຫວຽດນາມ ແລະ ນັກຮົບເກົ່າ ອາເມລິກາ - ບຸກຄົນທີ່ເຄີຍຢືນຢູຢູ່ສອງຟາກສະໜາມຮົບ, ເຄີຍຈັບປືນ ສູ້ຢັນກັນ, ແຕ່ປັດຈຸບັນນີ້ສາມາດຈັບມື, ໂອ້ລົມ, ແບ່ງປັນນຳກັນດ້ວຍຄວາມເຂົ້າໃຈຢ່າງຈິງໃຈ ແລະ ບໍ່ມີຄວາມເປັນປົມດ້ອຍ. ປັດຈຸບັນນີ້, ຫວຽດນາມ ແລະ ອາເມລິກາ - ຈາກເປັນປໍລະປັກ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພ້ອມກັນຮ່ວມມືເພື່ອສັນຕິພາບ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ. ດັ່ງນັ້ນ ບໍ່ມີເຫດຜົນໃດເພື່ອໃຫ້ຊາວ ຫວຽດນາມ - ຜູ້ຮ່ວມສາຍເລືອດ ແລະ ກົກເຄົ້າເຫງົ້າກໍ, ຍາມໃດກໍປາດຖະໜາກ່ຽວກັບປະເທດຊາດທ້ອນໂຮມເປັນເອກະພາບ, ຮຸ່ງເຮືອງສີວິໄລ - ພັດຖືໃນໂຕຄວາມອາຄາດບາດໝາງ, ການແບ່ງແຍກ ແລະ ຂວາງກັ້ນກັນ.
ຄວາມປອງດອງຊາດ ບໍ່ໝາຍຄວາມວ່າລືມ ຫຼື ລົບລ້າງຄວາມແຕກຕ່າງ, ຫາກແມ່ນການຍອມຮັບຈາກມູມມອງທີ່ແຕກຕ່າງກັນດ້ວຍນ້ຳໃຈໂອບເອື້ອອາລີ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ເພື່ອພ້ອມກັນມຸ່ງໄປເຖິງເປົ້າໝາຍໃຫຍ່ກວ່າ: ສ້າງປະເທດ ຫວຽດນາມ ສັນຕິພາບ, ເອກະພາບ, ຮຸ່ງເຮືອງເຂັ້ມແຂງ, ສິວິໄລ, ວັດທະນາຖາວອນ, ເພື່ອໃຫ້ຄົນລຸ້ນຫຼັງບໍ່ຕ້ອງເປັນພະຍານຫຼັກຖານສົງຄາມ, ການແບ່ງແຍກ ແລະ ຄວາມອາຄາດບາດໝາງ, ການສູນເສຍຄືກັນ ກັບລຸ້ນພໍ່ລຸ້ນອ້າຍທີ່ເຄີຍປະເຊີນໜ້າ.
ພວກເຮົາເຊື່ອໝັ້ນວ່າ, ຊາວ ຫວຽດນາມ ທຸກຄົນ - ເຖິງວ່າດຳລົງຊີວິດຢູ່ແຫ່ງໃດ, ເຖິງວ່າອະດີດຕະການແມ່ນຄືແນວໃດ - ລ້ວນແຕ່ສາມາດຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈ, ປະກອບສ່ວນສ້າງອະນາຄົດອັນສົດໃສໃຫ້ແກ່ຊາດ ຫວຽດນາມ. ພັກ ແລະ ລັດຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍເປີດອ້ອມແຂນ, ເຄົາລົບທຸກການປະກອບສ່ວນ, ຮັບຟັງທຸກຄຳເວົ້າເພື່ອສ້າງສາ, ສາມັກຄີກັນຈາກປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ບັນດາຜູ້ທີ່ພວມປະກອບສ່ວນເຊື່ອມຕໍ່ ຫວຽດນາມ ກັບໂລກ.
ພວກເຮົາບໍ່ສາມາດຂຽນປະຫວັດສາດຄືນໃໝ່, ແຕ່ພວກເຮົາສາມາດວາງແຜນອະນາຄົດຄືນໃໝ່. ອະດີດຕະການແມ່ນເພື່ອຈົດຈຳໄວ້, ເພື່ອຕອບບຸນແທນຄຸນ ແລະ ຖອດຖອນບົດຮຽນ. ອະນາຄົດແມ່ນເພື່ອພ້ອມກັນສ້າງສາ ແລະ ພັດທະນາປະເທດຊາດ. ນັ້ນແມ່ນຄຳໝັ້ນສັນຍາຂອງລຸ້ນປະຈຸບັນ ຕໍ່ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ, ແມ່ນຄວາມມຸ່ງຫວັງລວມຂອງຊາດໜຶ່ງທີ່ເຄີຍຜ່ານຜ່າຄວາມເຈັບປວດຫຼາຍຢ່າງ ແຕ່ບໍ່ເຄີຍຍອມຈຳນົນ.
ກ່ອນນີ້ 50 ປີ, ຊາດ ຫວຽດນາມ ໄດ້ຂຽນບົດເພງວິລະຊົນປະກາຍແຈ້ງ ດ້ວຍເຈດຈຳນົງອັນແຂງກ້າ ແລະ ຄຸນນະທາດອົງອາດກ້າແກ່ນ - ນັ້ນແມ່ນບົດເພງຂອງເຈດຈຳນົງ, ຄວາມຕັດສິນໃຈ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ສັນຕິພາບ. ເຄິ່ງສະຕະວັດຕໍ່ໄປ, ຊາດນັ້ນພວມສືບຕໍ່ຂຽນບົດເພງວິລະຊົນໃໝ່ - ບົດເພງປະສານສຽງຂອງການປ່ຽນແປງໃໝ່, ເຊື່ອມໂຍງ, ພັດທະນາ ແລະ ເຈດຈຳນົງບືນຕົວຂຶ້ນຢ່າງແຮງໃນສະຕິວັດທີ 21. ກ່ອນນີ້, ບໍ່ມີຄົນ ຫວຽດນາມ ຜູ້ຮັກຊາດໃດ ຢາກໃຫ້ປະເທດຕົນຖືກແບ່ງແຍກ. ໃນວັນນີ້, ແນ່ນອນວ່າ ບໍ່ມີຄົນ ຫວຽດນາມ ຮັກຊາດໃດບໍ່ຢາກໃຫ້ປະເທດຕົນນັບມື້ນັບເຂັ້ມແຂງແຮງກ້າ, ວັດທະນາຖາວອນ ຮຽງບ່າຮຽງໄຫຼ່ພ້ອມກັບບັນດາປະເທດມະຫາອຳນາດຢູ່ 5 ທະວີບ.
ເບິ່ງໄປທາງໜ້າ - ສືບທອດ ແລະ ສ້າງສາ, ປ່ຽນແປງໃໝ່ ແລະ ພັດທະນາປເທດຊາດ.
ຍິງກວ່າເວລາໃດໝົດ, ລຸ້ນຄົນປະຈຸບັນເຂົ້າໃຈແຈ້ງວ່າ ເອກະລາດ ແລະ ການໂຮມປະເທດຊາດເປັນເອກະພາບ ບໍ່ພຽງແຕ່ແມ່ນເປົ້າໝາຍສຸດທ້າຍ, ຫາກແມ່ນຈຸດເລີ່ມຕົ້ນໃຫ້ແກ່ວິວັດການເດີນທາງໃໝ່: ການເດີນທາງສ້າງສາປະເທດ ຫວຽດນາມ ແຫ່ງສັນຕິພາບ, ຮັ່ງມີເຂັ້ມແຂງ, ສີວິໄລ, ພັດທະນາ ແລະ ຍືນຍົງຄົງຕົວຕະຫຼອດໄປ. ຖ້າຫາກວ່າ ລຸ້ນພໍ່, ລຸ້ນອ້າຍໄດ້ຈົດຈຳສັດຈະທຳ “ປະເທດ ຫວຽດນາມ ແມ່ນໜຶ່ງ, ຊາດ ຫວຽດນາມ ແມ່ນໜຶ່ງ” ດ້ວຍບັນດາການເສຍສະຫຼະຊີວິດ, ລຸ້ນຄົນປະຈຸບັນຕ້ອງຫັນອຸດົມຄະຕິນັ້ນກາຍເປັນກຳລັງໜູນຂອງການພັດທະນາ, ກາຍເປັນປີກເພື່ອບືນຕົວຂຶ້ນໃນຍຸກສະໄໝໃໝ່.
ຈິດໃຈໂຮມປະເທດຊາດເປັນເອກພາບ - ເຄີຍແມ່ນຄວາມໄວ້ເນື້ອເຊື່ອໃຈ ແລະ ເຈດຈຳນົງອັນເຂັ້ມແຂງແຮງກ້າຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ, ສົງຄາມດຸເດືອດ - ປະຈຸບັນຕ້ອງກາຍເປັນຄວາມຕັດສິນໃຈດ້ານການເມືອງ, ເຈດຈຳນົງປ່ຽນແປງໃໝ່ ແລະ ມີການກະທຳຢ່າງລະອຽດ ເພື່ອປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ການພັດທະນາເສດຖະກິດ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ. ຕ້ອງເຮັດແນວໃດໃຫ້ປະຊາຊົນ ຫວຽດນາມ ແຕ່ລະຄົນ, ເຖິງວ່າອາໄສຢູ່ແຫ່ງໃດ, ເຮັດວຽກງານໃດກໍຕາມ, ກໍລ້ວນແຕ່ມີຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ເຊື່ອໝັ້ນຕໍ່ອະນາຄົດ ແລະ ມີໂອກາດປະກອບສ່ວນເຂົ້າໃນການພັດທະນາລວມ.
ໃນສະພາບການໂລກມີການຜັນແປຢ່າງໄວວາ, ຍາກທີ່ຈະຄາດຄະເນໄດ້, ຫວຽດນາມ ຕ້ອງມີຄຸນນະທາດຢ່າງໝັ້ນຄົງ, ສະຕິສ່ອງໃສ, ບໍ່ຖືກດຶງເຂົ້າສະພາບແກ່ງແຍ້ງດ້ານພູມສາດການເມືອງ ຫຼື ຕົກເຂົ້າທ່າຮັບຂອງບັນດາການປະທະສາກົນ. ແຕ່ລະຂີດໝາຍຂອງປະຫວັດສາດໂລກ ລ້ວນແຕ່ກາຍເປັນໂອກາດ ຫຼື ສິ່ງທ້າທາຍໃຫຍ່ໃຫ້ແກ່ບັນດາປະເທດນ້ອຍ ຖ້າບໍ່ມີການກະກຽມເປັນຢ່າງດີ ຫຼື ກຳລັງພາຍໃນບໍ່ໄດ້ດີ. ຊາດ ຫວຽດນາມ ເຂົ້າໃຈແຈ້ງຜົນຮ້າຍທີ່ຮ້າຍແຮງຂອງສົງຄາມກວ່າຜູ້ໃດໝົດ, ຫວຽດນາມ ແມ່ນຊາດຮັກຫອມສັນຕິພາບ, ບໍ່ຍາກໃຫ້ເກີດສົງຄາມ ແລະ ຈະເຮັດທຸກສິ່ງທຸກຢ່າງເພື່ອບໍ່ໃຫ້ສົງຄາມເກີດຂຶ້ນ. ແຕ່, ຖ້າ “ສັດຕູບັງຂັບໃຫ້ພວກເຮົາຕ້ອງຈັບປືນ” ພວກເຮົາຍັງຈະແມ່ນຍາດໄດ້ໄຊຊະນະ. ຍິ່ງກວ່າເວລາໃດໝົດ, ຫວຽດນາມ ຕ້ອງສ້າງພື້ນຖານເສດຖະກິດທີ່ເຂັ້ມແຂງດ້ວຍຕົນເອງ; ສ້າງພື້ນຖານການປ້ອງກັນຊາດ - ປ້ອງກັນຄວາມສະຫງົບທົ່ວປວງຊົນ, ຮອບດ້ານ ແລະ ທັນສະໄໝ; ມີລະບົບການເມືອງກະທັດລັດ, ມີປະສິດທິພາບ, ປະສິດທິຜົນ, ສັງຄົມພັດທະນາ, ສາມັກຄີ, ມີວັດທະນະທຳ ແລະ ມະນຸດສະທຳ.
ຢາກເຮັດໄດ້ຄືແນວນັ້ນ, ຕ້ອງເສີມຂະຫຍາຍພູມປັນຍາ ແລະ ກຳລັງແຮງຂອງທົ່ວປວງຊົນ, ໃນນັ້ນມີປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້. ໃນສັງກາດດີຈີຕອນ, ສັງກາດຂອງການເຊື່ອມຕໍ່ທົ່ວໂລກ, ຊາວ ຫວຽດນາມ ແຕ່ລະຄົນຢູ່ທົ່ວ 5 ທະວີບ ລ້ວນແຕ່ສາມາດປະກອບສ່ວນເຂົ້າໃນພາລະກິດສ້າງສາປະເທດຊາດ ດ້ວຍພູມປັນຍາ, ການປະດິດຄິດສ້າງ, ຄວາມຮັກຕໍ່ປະເທດຊາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງພົນລະເມືອງ.
ສັງກາດໃໝ່ທີ່ພວກເຮົາພວມກ້າວຂຶ້ນ - ດ້ວຍເຕັກໂນໂລຊີປັນຍາປະດິດ, ການຫັນເປັນດີຈີຕອນ, ເສດຖະກິດສີຂຽວ ແລະ ການພັດທະນາແບບຍືນຍົງ - ຮຽກຮ້ອງໃຫ້ມີຈີນຕະນາການໃໝ່, ຮູບແບບພັດທະນາໃໝ່, ເປັນຄົນໃໝ່. ໃນຕໍ່ໜ້າ, ພວກເຮົາຍັງມີສິ່ງທ້າທາຍຫຼາຍຢ່າງກ່ຽວກັບລະບອບລະບຽບການ, ສະມັດຕະພາບແຮງງານ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຄວາມໝັ້ນຄົງດ້ານສິ່ງແວດລ້ອມ, ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ນັບທັງຄວາມສ່ຽງເກີດຄວາມໝັ້ນຄົງແບບໃໝ່. ແຕ່ປະຫວັດສາດຂອງ ຫວຽດນາມ ໄດ້ພິສູດໃຫ້ເຫັນວ່າ: ຊາດ ຫວຽດນາມ ບໍ່ທໍ້ຖອຍຕໍ່ຄວາມລຳບາກ, ຫຍຸ້ງຍາກ, ສິ່ງທ້າທາຍຈັກເທື່ອ. ບັນຫາແມ່ນ ພວກເຮົາມີກຳລັງແຮງທັງກາຍ ແລະ ໃຈເພື່ອປ່ຽນແປງ ແລະ ສາມັກຄີກັນຢ່າງພຽງພໍເພື່ອຫັນຄວາມຫຍຸ້ງຍາກໃຫ້ກາຍເປັນກຳລັງໜູນຂອງການພັດທະນາ ຫຼື ບໍ່.
ລຸ້ນປະຈຸບັນ - ຈາກພະນັກງານ, ສະມາຊິກພັກ, ລັດຖະກອນ, ພາລະກອນ ຕະຫຼອດຮອດຜູ້ອອກແຮງງານ, ຊາວກະສິກອນ, ນັກປັນຍາຊົນ, ນັກທຸລະກິດ, ນັກຮຽນ, ນັກສຶກສາ, ປະຊາຊົນທຸກຊັ້ນຄົນ ລ້ວນແຕ່ແມ່ນລູກມັງກອນຫຼານເທວະດາ - ຕ້ອງມີສະຕິຢ່າງເລິກເຊິ່ງວ່າ: ພວກເຮົາພວມສືບທອດບັນດາຄຸນຄ່າມໍລະດົກທີ່ຍິ່ງໃຫຍ່ຈາກລຸ້ນປູ່ລຸ້ນພໍ່ ແລະ ພວກເຮົາຕ້ອງມີຄວາມຮັບຜິດຊອບສ້າງຊື່ສຽງໃຫ້ແກ່ປະເທດຊາດໃນຍຸກສະໄໝໃໝ່. ການກະທຳໃນມື້ນີ້ຕ້ອງສົມກັບເລືອດເນື້ອທີ່ເສຍໄປ, ກັບບັນດາການເສຍສະຫຼະຊີວິດທີ່ທັງຊາດເຄີຍຕ້ອງໄດ້ຮັບ.
ພວກເຮົາບໍ່ສາມາດປະໃຫ້ປະເທດຫຼ້າຫຼັງໄດ້. ພວກເຮົາບໍ່ສາມາດປະໃຫ້ຊາດຂາດໂອກາດ. ພວກເຮົາບໍ່ສາມາດປະໃຫ້ບັນດາປະຫວັດສາດກັບຄືນ. ສະນັ້ນ, ຕ້ອງວາງຜົນປະໂຫຍດຂອງປະເທດ - ຂອງຊາດເໜືອກວ່າສິ່ງໃດໝົດ. ພວກເຮົາຕ້ອງມີການກະທຳເພື່ອອະນາຄົດອັນຍາວນານ ຫາກບໍ່ເພື່ອຜົນງານອັນສັ້ນໆ. ຕ້ອງຢືດໝັ້ນປົກປັກຮັກສາເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ. ພ້ອມກັນນັ້ນ, ກໍຕ້ອງມີການປ່ຽນແປງໃໝ່ຈີນຕະນາການຢ່າງແຮງໃນການພັດທະນາ, ປະຕິຮູບການບໍລິຫານ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ, ເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ ຫວຽດນາມ, ມີການຄຸ້ມຄອງຂອງລັດ, ພາຍໃຕ້ການຊີ້ນຳຂອງພັກ ແລະ ການສ້າງສັງຄົມ ສັງຄົມນິຍົມໃຫ້ທັນສະໄໝ.
ເບິ່ງໄປທາງໜ້າ, ພວກເຮົາສາມາດມີຄວາມເອກອ້າງທະນົງໃຈກໍ່ກຳລັງແຮງພາຍໃນຂອງຊາດ ຫວຽດນາມ - ເຊິ່ງແມ່ນຊາດທີ່ໄດ້ຕີພວກສັດຕູເຂົ້າມາຮຸກຮານເປັນຫຼາຍຄັ້ງ ແລະ ລຸກຂຶ້ນຈາກສົງຄາມ, ຢັ້ງຢືນຕົນເອງຕໍ່ປະຫວັດສາດ ແລະ ຕໍ່ໂລກ. ດ້ວຍມູນເຊື້ອສ້າງສາ ແລະ ປົກປັກຮັກສາປະເທດຊາດນັບພັນປີ, ດ້ວຍຄວາມຄາດຫວັງບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ດ້ວຍລຸ້ນໜຸ່ມມີຄວາມເກັ່ງກ້າສາມາດ, ມີຄວາມໄຝ່ຝັນ, ຮັກຊາດ, ປະດິດຄິດສ້າງ ແລະ ເຕັມໄປດ້ວຍຄຸນນະທາດ - ແນ່ນອນວ່າ ຫວຽດນາມ ຈະບັນລຸຜົນສຳເລັດ.
ສະຕະວັດທີ 21 ແມ່ນສະຕະວັດຂອງບັນດາຊາດຮູ້ເປັນເຈົ້າຊາຕະກຳຂອງຕົນ. ແລະຊາດ ຫວຽດນາມ - ດ້ວຍບັນດາບົດຮຽນຈາກອະດີດຕະການ, ດ້ວຍທຸກຄວາມສາມັກຄີໃນມື້ນີ້ - ແນ່ນອນວ່າ ຈະສືບຕໍ່ຂຽນໜ້າປະຫວັດສາດໃໝ່ທີ່ສະຫງ່າລາສີໃນການເດີນທາງພັດທະນາຂອງຕົນ. ເພື່ອປະເທດ ຫວຽດນາມ ເອກະລາດ, ເສລີພາບ, ຜາສຸກ, ຈະເລີນຮຸ່ງເຮືອງ, ສີວິໄລ, ວັດທະນາຖາວອນ, ມີທີ່ຕັ້ງ ແລະ ມີສຽງເວົ້າສຳຄັນໃນປະຊາຄົມສາກົນ.