• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແມ່ນ​ຂົວ​ຕໍ່​ມິດ​ຕະ​ພາບ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ກັບ ບັນ​ດາ​ປະ​ເທດ

ຕອນບ່າຍວັນທີ 12 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດ ບໍ່ປະຈຳການຂອງ ສ. ລັດເວຍ, ສ. ອານບານີ, ສປ ສະຫະພັນ ເນປານ, ສ. ອູເບກິດສະຖານ, ສ. ຈີບູຕີ, ສ. ກາບົງ, ສ.ກີເນີ, ສ.ສະຫະພັນ ໂຊມາລີ, ສ. ຊາດ, ສ. ປາຣາກວາຍ ເຂົ້າຍື່ນສານຕາຕັ້ງຮັບປະຕິບັດໜ້າທີ່ຢູ່ ຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສິງກະໂປ Rajpal Singh

ກ່າວຄຳເຫັນນະທີ່ນີ້, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດເພື່ອນມິດຢູ່ພາກພື້ນ ອາຊີໃຕ້, ອາຊີກາງ, ອາຟະລິກາ, ອາເມລິກາ ລາຕິນ, ບາລິກ ແລະ ບານການ ໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ບາດກ້າວຕັ້ງໜ້າຫຼາຍຢ່າງ.ທ່ານກ່າວວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ໃນອາຍຸການປະຕິບັດໜ້າທີ່ຢູ່ ຫວຽດນາມ, ບັນດາທ່ານເອກອັກຄະລັດຖະທູດ ຈະປະຕິບັດໜ້າທີ່ເປັນຂົວຕໍ່ມິດຕະພາບ ແລະ ການຮ່ວມມືໃຫ້ເປັນຢ່າງດີ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ. ສ່ວນ ຫວຽດນາມ ພ້ອມແລ້ວທີ່ຈະຮັບຟັງຄຳເຫັນ, ຂໍ້ສະເໜີແນະຂອງບັນດາເອກອັກຄະລັດຖະທູດ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດສຳເລັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ.”

ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສິງກະໂປ Rajpal Singh, ທ່ານເອກອັກຄະລັດຖະທູດ ອິນເດຍ Tshering W. Sherpa ແລະ ທ່ານເອກອັກຄະລັດຖະທູດ ຈີເລ Nasly Isabel Bernal Prado.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 81

ໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນທົ່ວສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ກຽມພ້ອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.

Top