ຂ່າວສານ
ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຊຸກຍູ້ມາດຕະການໃຫ້ແກ່ບັນຫາ ມຽນມາ ຢູ່ກອງປະຊຸມ Cebu
ກອງປະຊຸມຢູ່ Cebu ແມ່ນເຫດການສຳຄັນເປີດສາກໃຫ້ແກ່ປີ ອາຊຽນ 2026 ດ້ວຍຫົວຂໍ້ “ພ້ອມກັນມຸ່ງໄປເຖິງອະນາຄົດ”. ກອງປະຊຸມໄດ້ດຳເນີນພາຍຫຼັງທີ່ ມຽນມາ ປະຕິບັດໄລຍະທີ 3 ຂອງການເລືອກຕັ້ງທົ່ວປະເທດໃນວັນທີ 25 ມັງກອນ. ໃນກອງປະຊຸມ, ຄາດຄະເນວ່າ ລັດຖະມົນຕີບັນດາປະເທດ ອາຊຽນ ຈະພິຈາລະນາເລື່ອງແຕ່ງຕັ້ງທູດພິເສດຮັບຜິດຊອບ ມຽນມາ. ກົນໄກດັ່ງກ່າວຫວັງວ່າ ຈະສ້າງຄວາມລຸລ່ວງໃນຄວາມມານະພະຍາຍາມແກ້ໄຂວິກິດການ, ແທນທີ່ເອື້ອຍອີງໃສ່ອາຍຸການປະທານໝູນວຽນປະຈຳປີ. ກອງປະຊຸມຈະຕີລາຄາຄືນວິວັດທະນາການປະຕິບັດຄວາມເຫັນດີເຫັນພ້ອມ 5 ຂໍ້ກ່ຽວກັບ ມຽນມາ (5PC) ຕື່ມອີກ.








