• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ກົມ​ກອງກອງ​ທັບ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຄະ​ນະ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ໄດ້​ເປັນ​ຢ່າງ​ດີ

ທ່ານພົນໂທ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ, ຮອງຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງ, ຮອງຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວ ຮັກສາສັນຕິພາບ ໄດ້ຕີລາຄາສູງຕໍ່ຜົນການປະຕິບັດໜ້າທີ່ຂອງກອງທະຫານຊ່າງແສງເລກ 2 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກທີ 5 ໃນອາຍຸການເຄື່ອນໄຫວຜ່ານມາ.
ທ່ານພົນໂທ ຟຸ່ງສີເຕິ໊ນ ແລະ ກນານນຳ ກົມຮັກສາສັນຕິພາບ ຫວຽດນາມ ໂອ້ລົມກັບທະຫານຍິງ ຫວຽດນາມ ທີ່ເຂົ້າຮ່ວມວຽກງານຮັກສາສັນຕິພາບ ສປຊ

ຕອນເຊົ້າວັນທີ 16 ຕຸລາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບອາຍຸການເຄື່ອນໄຫວຢູ່ຄະນະຮັກສາສັນຕິພາບ ສປຊ ຂອງ ກອງທະຫານຊ່າງແສງເລກ 2 ແລະ ໂຮງໝໍກາງສະໜາມ ຂັ້ນ 2 ເລກທີ 5. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບທາງໄກ ໂດຍມີ 2 ຈຸດເຊື່ອມຕໍ່ລະຫວ່າງກົມຮັກສາສັນຕິພາບ ຫວຽດນາມ (ຮ່າໂນ້ຍ) ແລະ ໂຮງໝໍການແພດກອງທັບ 175 (ນະຄອນ ໂຮ່ຈີມິນ).

        ກ່າວຄຳເຫັນນະທີ່ນີ້, ທ່ານພົນໂທ ຟຸ່ງສີເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ, ຮອງຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງ, ຮອງຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວ ຮັກສາສັນຕິພາບ ໄດ້ຕີລາຄາສູງຕໍ່ຜົນການປະຕິບັດໜ້າທີ່ຂອງກອງທະຫານຊ່າງແສງເລກ 2 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກທີ 5 ໃນອາຍຸການເຄື່ອນໄຫວຜ່ານມາ. ທ່ານພົນໂທ ຟຸ່ງສີເຕິ໊ນ ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍຕາມພັນທະ, ໜ້າທີ່ສືບຕໍ່ສົມທົບ, ໜູນຊ່ວຍກົມຮັກສາສັນຕິພາບ ຫວຽດນາມ ໃນການປະຕິບັດບັນດາໜ້າທີ່ຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top