ເນື່ອງໃນໂອກາດບຸນປີໃໝ່ລາວ ພ.ສ 2569 ທີ່ຈະດຳເນີນແຕ່ວັນທີ 14 – 16 ເມສາ 2025, ວັນທີ 6 ເມສາ 2026, ຢູ່ນະຄອນຫຼວງ ຮ່າໂນ້ຍ, ມີຫຼາຍກະຊວງ, ຂະແໜງການ, ທ້ອງຖິ່ນ ຂອງ ຫວຽດນາມ ໄດ້ຈັດສົ່ງຄະນະຜູ້ແທນໄປຍັງສະຖານທູດລາວ ປະຈຳ ຫວຽດນາມ ເພື່ອອວຍພອນປີໃໝ່ ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງສປປ.ລາວ, ພະນັກງານ, ລັດຖະກອນສະຖານທູດລາວ.
ທີ່ບັນດາການພົບປະໃນຕອນເຊົ້າວັນທີ 6 ເມສາ, ທ່ານຫງວຽນດັກວິງ ຫົວໜ້າ ກຳມາທິການວັດທະນະທຳສັງຄົມ ຂອງສະພາແຫ່ງຊາດຊຸດທີ 15, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ, ທ່ານ ຫງວຽນແມັ້ງເກືອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ, ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ - ລາວ, ຜູ້ຕາງໜ້າຄະນະຕິດຕໍພົວພັນທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການຫວຽດນາມ ໄດ້ສະຫງວນຄຳອວຍພອນທີ່ດີງາມມາຍັງທ່ານເອກອັກຄະລັດຖະທູດ ແລະ ພະນັກງານ, ລັດຖະກອນສະຖານທູດລາວ ປະຈຳ ຫວຽດນາມ ພ້ອມກັບຄອບຄົວ, ປີໃໝ່ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ວັດທະນາຖາວອນ.
ສ່ວນທ່ານນາງ ຄຳເພົາ ເອີນທະວັນ ກໍ່ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດ ທີ່ຫວຽດນາມ ບັນລຸໄດ້ໃນທຸກດ້ານ ແລະ ຂໍຝາກຄຳຂອບອົກຂອບໃຈຢ່າງຈິງໃຈ ແລະ ເລິກເຊິ່ງມາຍັງການນຳພັກ, ລັດ, ປະຊາຊົນ ຫວຽດນາມ ທີ່ຍາມໃດກໍ່ຮ່ຽງບາຮ່ຽງໄຫຼ່ ໃນພາລະກິດແຫ່ງການກໍ່ສູ້ກູ້ເອົາເອກະລາດ, ສ້າງສາ ແລະ ພັດທະນາປະເທດຊາດຂອງລາວ. ທ່ານເອກອັກຄະລັດຖະທູດ ກໍ່ສະແດງຄວາມຮັບຮູ້ ແລະ ຕີລາຄາສູງໝາກຜົນຂອງການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ຫວັງວ່າບັນດາໝາກຜົນນີ້ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງແຮງ ເພື່ອສົມກັບເປັນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ.








