• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຫາ ຈີນ ແລະ ໂລກລະບາດ ໂຄວິດ - 19 ຈະໄດ້ເຕື້ອງເຖິງໃນການເຈລະຈາ 2+2 ອິນເດຍ - ອາເມລິກາ

      ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ແລະ ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ມີໜ້າຢູ່ນະຄອນຫຼວງ New Delhi, ອິນເດຍ, ເພື່ອກະກຽມເຂົ້າຮ່ວມການເຈລະຈາ 2+2 ລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນຊາດ ປະຈຳປີ ຄັ້ງທີ 3 ລະຫວ່າງ ອິນເດຍ ແລະ ອາເມລິກາ ເຊິ່ງຈະດຳເນີນໃນ 2 ມື້ຈະມາເຖິງ.
      ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ແລະ ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ພ້ອມກັບຜູ້ຮ່ວມຕຳແໜ່ງອິນເດຍ Jashankar ແລະ  Rajnath ຢູ່ກອງປະຊຸມເຈລະຈາ 2+2 ຢູ່ອາເມລິກາຄັ້ງທີ 2

(ການນຳສອງປະເທດ ຢູ່ກອງປະຊຸມເຈລະຈາ 2+2 ລະຫວ່າງ ອິນເດຍ ແລະ ອາເມລິກາ (ພາບ: ANI)
      ກອງປະຊຸມໄດ້ດຳເນີນໃນສະພາບການ ທັງ ອິນເດຍ ແລະ ອາເມລິກາ ພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍລວມຢ່າງຮີບດ່ວນ. ນັ້ນແມ່ນການພົວພັນທີ່ເຄັ່ງຕຶງ ກັບຈີນ, ພິເສດແມ່ນຫຼັງບັນດາການກະທຳຂອງປັກກິ່ງຢູ່ທະເລຕາເວັນອອກຫຼືການຄັດແຍ້ງກັນຢູ່ເຂດຊາຍແດນກັບອິນເດຍ. ທັງອິນເດຍ ແລະ ອາເມລິກາ ລ້ວນແຕ່ ມີຄວາມປາດຖະໜາຢາກເປີດກ້ວາງການຮ່ວມມືເພື່ອຊຸກຄວາມຍູ້ສະຖຽນລະພາບ ແລະ ວັດທະນາຖາວອນ ໃນພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ ແລະ ໃນທົ່ວໂລກ.
            ກ່ອນການເດີນທາງໄປຢ້ຽມຢາມອິນເດຍຂອງເຈົ້າໜ້າທີ່ ອາເມລິກາ ສອງທ່ານ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ຢັ້ງຢືນ 4 ຫົວຂໍ້ເຊິ່ງຈະໄດ້ຍົກອອກຢູ່ກອງປະຊຸມຄັ້ງນີ້ແມ່ນ ການຮ່ວມມືຄວາມໝັ້ນຄົງໃນພາກພື້ນ, ແບ່ງປັນຂໍ້ມູນຂ່າວສານດ້ານປ້ອງກັນຊາດ, ການພົວພັນແລກປ່ຽນລະຫວ່າງ ສອງກອງທັບ ແລະ ການຄ້າ - ປ້ອງກັນຊາດ. ຄຽງຄູ່ກັນນັ້ນ, ການຮ່ວມມືພັດທະນາວັກຊິນ ແລະ ການຮັບມືກັບໂລກລະບາດ ໂຄວິດ - 19 ຈະແມ່ນເນື້ອໃນສຳຄັນໜຶ່ງ ທີ່ຈະໄດ້ປຶກສາຫາລືທີ່ການເຈລະຈາ 2+2 ອິນເດຍ - ອາເມລິກາ.
 (ແຫຼ່ງຄັດຈາກ VOV)
 


ປະ​ກາດ​ມະ​ຕິ​ສ້າງ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ​ຊຸດ​ທີ XVI

ປະ​ກາດ​ມະ​ຕິ​ສ້າງ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ​ຊຸດ​ທີ XVI

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໜຸ່ມ​ບໍ່​ພຽງ​ແຕ່​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຢ່າງ​ດີໃນ​ສະ​ໄໝ​​ນີ້​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເບິ່ງ​ໄກ​ກວ່າ, ເປັນ​ເຈົ້າ​ການ​ຄົ້ນພົບ​​ບັນ​ດາ​ບັນ​ຫາ​ໃໝ່​ໃນ​ຕົວ​ຈິງ, ສະ​ເໜີ​ບັນ​ດາ​ວິ​ທີ​ການ​ສຳ​ຜັດ​ທີ່​ເໝາະ​ສົມ ແລະ ປະ​ກອບ​ສ່ວນ​ເຂົ້າ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ມີ​ວິ​ໄສ​ທັດ​ຍາວ​ນານ​ໃຫ້​ແກ່​ປະ​ເທດ​ຊາດ.

Top