• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຕົວເລກສະຖິຕິພົ້ນເດັນໃນຮອບຄັດເລືອກ World Cup 2026

ຮອບຄັດເລືອກ World Cup 2026 (12 – 28 ມິຖຸນາ) ໄດ້ເຫັນປະຈັກຕາຫຼາຍສະຖິຕິພິເສດ.
ທ່ານ Dick Advocaat ກາຍເປັນຄູ່ຝຶກມີອາຍຸສູງທີ່ສຸດໃນປະຫວັດສາດຂອງ World Cup (ພາບ: REUTERS/Hannah Mckay)

ຮອບ​ຄັດ​ເລືອກ World Cup 2026 (12 – 28 ມິ​ຖຸ​ນາ) ໄດ້​ເຫັນ​ປະ​ຈັກ​ຕາ​ຫຼາຍ​ສະ​ຖິ​ຕິ​ພິ​ເສດ.

ທິມ​ບານ​ເຕະແຫ່ງ​ຊາດ ອີ​ຢິບ ໄດ້​ຢຸດ​ຕິ​​ໄລ​ຍະ 92 ປີ​ເພື່ອ​ຊອກ​ຫາ​ໄຊ​ຊະ​ນະ​ທຳ​ອິດ​ໃນ​ງານ​ແຂ່ງ​ຂັນ World Cup ໜຶ່ງ. ກ່ອນ​ໜ້ານັ້ນ, ນອກ​ແວ ຕ້ອງ​ເສຍ​ເວ​ລາ​ຮອດ 56 ປີ​ເພື່ອ​ມີ​ໄຊ​ຊະ​ນະ​ຄັ້ງ​ທຳ​ອິດ, ພາຍ​ຫຼັງ​ຈັດ​ງານ​ແຂ່ງ​ຂັນ World Cup ໃນ​ປີ 1938. ສ.ເກົາ​ຫຼີ ຕ້ອງ​ເສຍ​ເວ​ລາ 48 ປີ, ໃນ​ຂະ​ນະ​ທີ່ ປາ​ຣູ, ແບນ​ຊິກ, ໂຮນ​ລັງ ແລະ ກາດ​າ​ນາ ກໍ່​ຕ້ອງ​ລໍ້​ຖາ​ໄຊ​ຊະ​ນະ​ເປັນ​ເວ​ລາ 40 ປີ.

ໃນ​ຂະ​ນະ​ນັ້ນ, ​ທ່ານ Dick Advocaat ກາຍ​ເປັນ​ຄູ່​ຝຶກ​ມີ​ອາ​ຍຸ​ສູງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ World Cup ເມື່ອ​ໄດ້ນຳ​ພາ​ທິມ Curacao ແຂ່ງ​ຂັນ​ກັບ​ທິມ Ivory Coast ໃນ​ເກນ​ອາ​ຍຸ 78 ປີ​ໃນ​ເວ​ລາ 271 ວັນ.

ນັກ​ກິ​ລາ​ບ​ານ​ເຕະ​ກອງ​ໜ້າ Ousmane Dembele ພຽງ​ແຕ່​ເສຍ​ເວ​ລາ 32 ນາ​ເພື່ອ​ຍິງ​ບານ​ເຂົ້າ​ປ​ະ​ຕູ​ໃນ​ນັດ​ແຂ່ງ​ຂັນ​ກັບ ຝ​ລັ່ງ ໄຊ​ຊ​ະ​ຕໍ່ ນອກ​ແວ 4-1. ສ່ວນ​ນັກ​ກິ​ລາ​ກອງ​ໜ້າ Cristiano Ronaldo ກາຍ​ເປັນ​ນັກ​ກິ​ລາ​ທຳ​ອິດ​ໃນ​ໂລກ​ຍິງ​ເຂົ້າ​ປະ​ຕູໃນ​ງານ​ແຂ່ງ​ຂັນ World Cup 6 ຄັ້ງ, ຖັດ​ຈາກນັ້ນ​ແມ່ນ Messi ດ້ວຍ 5 ຄັ້ງ​ຈັດ World Cup.

ກ່ຽວ​ກັບ​ບັນ​ດາ​ນັດ​ແຂ່ງ​ຂ​ັນ, ຕອ​ນ​ເຊົ້າ​ວັນ​ທີ 29 ມິ​ຖຸ​ນາ, ຢູ່​ສະ​ໜາມ​ກະ​ລາ SoFi, Los Angeles, ອາ​ເມ​ລິ​ກາ, ໄດ້​ຈັດນັດ​ແຂ່ງ​ຂັນ​ທຳ​ອິດ​ໃນ​ຮອບ​ແຂ່ງ​ຂັນ 1/16 ລະ​ຫວ່າງ ອາ​ຟະ​ລິ​ກາ​ໃຕ້ ແລະ ກາ​ນາ​ດາ, ດ້ວຍ​ຜົນ​ມີ​ຢູ່​ວ່າ ກາ​ນາ​ດາ ຮັບ​ໄຊ​ຊະ​ນະ 1 ປະ​ຕູ​ຕໍ່ 0. 15 ນັດ​ແຂ່ງ​ຂັນ​ທີ່​ຍັງ​ເຫຼືອ​ຈ​ະ​ຈັດ​ຂຶ້ນ​ຮອດ​ວັນ​ທີ 04 ກໍ​ລະ​ກົດ.

(ແຫຼ່ງຄັດຈາກ VOV)

ສ້າງ​ບາດ​ກ້າ​ວ​ບຸ​ກ​ທະ​ລຸ​ນຳ​ການ​ພົວ​ພັນ ຫວຽດ​ນາມ ອົດ​ສະ​ຕາ​ລີ ພັດ​ທະ​ນາ​ຢ່າງ​ແທດ​ຈິງກວ່າ

ສ້າງ​ບາດ​ກ້າ​ວ​ບຸ​ກ​ທະ​ລຸ​ນຳ​ການ​ພົວ​ພັນ ຫວຽດ​ນາມ ອົດ​ສະ​ຕາ​ລີ ພັດ​ທະ​ນາ​ຢ່າງ​ແທດ​ຈິງກວ່າ

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອົດ​ສະ​ຕາ​ລີ​ແມ່ນ​ເພື່ອນ​ມິດ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອດ​ບ້ານ​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ມີ​ຖາ​ນະ​ບົດ​ບາດ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ຢູ່​ພາກ​ພື້ນ

Top