• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວເພື່ອຕອບສະໜອງວັນໂລກປອດຢາສູບ 31 ພຶດສະພາ

      ກະຊວງສາທາລະນະສຸກປາດຖະໜາຢາກຝາກສານເຖິງບັນດາຜູ້ທີ່ພວມສູບຢາວ່າ ຈົ່ງເຊົາສູບຢານັບແຕ່ມື້ນີ້. ເຊົາສູບຢາໄວແມ່ນວິທີການທີ່ມີປະສິດທິຜົນທີ່ສຸດເພື່ອສະກັດກັ້ນແລະ ເຮັດໃຫ້ການຂະຫຍາຍເຊື້ອພະຍາດທີ່ເກີດຈາກການສູບຢາຊ້າລົງ."


ປະຊາຊົນຕອບສະໜອງພິທີຂຸມນຸມມິດຕິງວັນໂລກປອດຢາສູບຢ່າງສຸດອົກສຸດໃຈ
      ວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ກອງທຶນປ້ອງກັນ, ຕ້ານຜົນຮ້າຍຂອງຢາສູບຂຶ້ນກັບກະຊວງສາທາລະນະສຸກ ຫວຽດນາມ ໄດ້ຈັດຕັ້ງພິທີໂຮມຊຸມນຸມ ມິດຕິງ ເພື່ອຕອບສະໜອງວັນໂລກປອດຢາສູບ 31 ພຶດສະພາ ແລະ ສັບປະດາປອດຢາສູບ ແຫ່ງຊາດໃນລະຫວ່າງວັນທີ 25 – 31 ພຶດສະພາດ້ວຍຫົວຂໍ້ວ່າ “ຢາສູບ ແລະ ບັນດາພະຍາດກ່ຽວກັບປອດ”.
        ກ່າວຄຳເຫັນທີ່ພິທີ, ທ່ານ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນວຽດຕຽນ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ຊີ້ນຳເພີ່ມທະວີການປະຕິບັດກົດໝາຍປ້ອງກັນ ແລະ ຕ້ານຜົນຮ້າຍຂອງຢາສູບ ແລະ ຈັດຕັ້ງບັນດາການເຄື່ອນໄຫວຢ່າງແທດຈິງເພື່ອຕອບສະໜອງວັນໂລກປອດຢາສູບ , ພ້ອມທັງຮຽກຮ້ອງໃຫ້ທຸກຄົນເຊົາສູບຢາເພື່ອສຸຂະພາບຂອງທຸກຄົນ, ຄອບຄົວ ແລະ ປະຊາຄົມ
        "ກະຊວງສາທາລະນະສຸກປາດຖະໜາຢາກຝາກສານເຖິງບັນດາຜູ້ທີ່ພວມສູບຢາວ່າ ຈົ່ງເຊົາສູບຢານັບແຕ່ມື້ນີ້. ເຊົາສູບຢາໄວແມ່ນວິທີການທີ່ມີປະສິດທິຜົນທີ່ສຸດເພື່ອສະກັດກັ້ນແລະ ເຮັດໃຫ້ການຂະຫຍາຍເຊື້ອພະຍາດທີ່ເກີດຈາກການສູບຢາຊ້າລົງ. ພວກເຮົາຈົ່ງຮ່ວມມືກັນ, ພ້ອມກັນສ້າງຊີວິດທີ່ບໍ່ມີຄວັນຢາສູບເພື່ອຮັກສາສຸຂະພາບ ໃຫ້ແກ່ຕົວເອງ, ໃຫ້ແກ່ຄອບຄົວ ແລະ ໃຫ້ແກ່ປະຊາຄົມ."
        ແລະກໍ່ໃນວັນດຽກກັນ, ຢູ່ແຂວງນີງບີງກໍ່ດຳເນີນພິທີໂຮມຊຸມນຸມມິດຕິງຕອບສະໜອງວັນໂລກປອດຢາສູບ ແລະ ສັບປະດາປອດຢາສູບ ແຫ່ງຊາດ.     
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top