ຜົນສຳເລັດຂອງການເລືອກຕັ້ງຕັດສິນຄຸນນະພາບ ແລະ ຂອບຂະໜາດຂອງສະພາແຫ່ງຊາດໃນທັງອາຍຸການ; ແມ່ນພື້ນຖານເພື່ອສ້າງສະພາແຫ່ງຊາດຊຸດທີ XVI ປ່ຽນແປງໃໝ່, ເປັນມືອາຊີບ, ມີການກະທຳຢ່າງແທ້ຈິງ ແລະ ມີຄວາມສາມາດຢ່າງພຽງພໍເພື່ອນຳພາວິວັດທະນາການປະຕິຮູບລະບອບລະບຽບການ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນສັງກາດໃໝ່.
ຫັນຄວາມຄາດຫວັງພັດທະນາໃຫ້ປະກົດຜົນເປັນຈິງ
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໄດ້ດຳເນີນໃນຈຸດເວລາທີ່ມີລັກສະນະບານພັບຂອງວິວັດທະນາການພັດທະນາປະເທດຊາດ. ພາຍຫຼັງບັນດາຜົນງານສຳຄັນຂອງ 4 ທົດສະວັດແຫ່ງການປ່ຽນແປງໃໝ່, ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຄຳຮຽກຮ້ອງທີ່ສູງກວ່າກ່ຽວກັບຄຸນນະພາບການເຕີບໂຕ, ກ່ຽວກັບກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ ແລະ ກ່ຽວກັບປະສິດທິຜົນການບໍລິຫານລັດ.
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ດຳເນີນໃນທ້າຍເດືອນ ມັງກອນ ທີ່ຜ່ານມາ ໄດ້ກຳນົດໜ້າທີ່ຢ່າງຈະແຈ້ງວ່າ ສືບຕໍ່ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມຢ່າງຄົບຊຸດ; ສ້າງລະບອບລະບຽບການພັດທະນາແບບຍືນຍົງ, ທັນສະໄໝ, ຈະແຈ້ງ; ຊຸກຍູ້ວິວັດທະນາການຫັນເປັນອຸດສາຫະກຳ, ທັນສະໄໝບົນພື້ນຖານວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ; ພັດທະນາເສດຖະກິດດີຈີຕອນ; ສັງຄົມດີຈີຕອນ; ຍົກສູງຄຸນນະພາບການຄຸ້ມຄອງບໍລິຫານແຫ່ງຊາດ ແລະ ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງ.
ບັນດາເປົ້າໝາຍນັ້ນ ຮຽກຮ້ອງຕ້ອງມີລະບົບກົດໝາຍຄົບຊຸດ, ມີສະຖຽນລະພາບ, ມີລັກສະນະຄາດຄະເນສູງ; ມີກົນໄກຈັດແບ່ງວຽກງານ, ສົມທົບ ແລະ ຄວບຄຸມສິດອຳນາດຢ່າງແໜ້ນແຟ້ນ, ມີປະສິດທິຜົນ. ດ້ວຍບົດບາດສ້າງລັດຖະທຳມະນູນ, ສ້າງກົດໝາຍ, ກຳນົດຂອບລະບອບລະບຽບການໃຫ້ແກ່ການພັດທະນາ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ແລະ ຕິດຕາມກວດກາສູງສຸດການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ອາດເວົ້າໄດ້ວ່າ ຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດສົ່ງຜົນກະທົບໂດຍກົງເຖິງສະພາບແວດລ້ອມແຫ່ງການລົງທຶນ - ດຳເນີນທຸລະກິດ, ຕະຫຼອດຮອດປະສິດທິພາບ, ປະສິດທິຜົນຂອງກົງຈັກ ແລະ ທີ່ຕັ້ງບົດບາດຂອງປະເທດຊາດບົນເວທີສາກົນ.
ບັດເລືອກຕັ້ງແຕ່ລະບັດຂອງຜູ້ມີສິດເລືອກຕັ້ງ ບໍ່ພຽງແຕ່ຄັດເລືອກເອົາຜູ້ຕາງໜ້າໃຫ້ແກ່ທ້ອງຖິ່ນ ຫຼື ຂະແໜງອາຊີບຂອງຕົນເທົ່ານັ້ນ, ຫາກຍັງປະກອບສ່ວນຄັດເລືອກບັນດາບຸກຄົນທີ່ມີຄຸນສົມບັດ, ມີວິໄສທັດ, ມີກຳລັງຄວາມສາມາດຢ່າງພຽງພໍເພື່ອເຂົ້າຮ່ວມການວາງແຜນກຳນົດປະເທດຊາດໃນອະນາຄົດອີກດ້ວຍ. ເວົ້າອີກຢ່າງໜຶ່ງແມ່ນ ບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງໄດ້ຝາກຝັງທັງຄວາມຄາດຫວັງພັດທະນາຂອງທັງຊາດໜຶ່ງທີ່ພວມກ້າວເຂົ້າສູ່ສັງກາດໃໝ່ອີກດ້ວຍ. ໃນກອງປະຊຸມຜັນຂະຫຍາຍວຽກງານເລືອກຕັ້ງທົ່ວປະເທດ ວັນທີ 15 ພະຈິກ 2025, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັກວ່າ:
“ໂຄສະນາຢ່າງເລິກເຊິ່ງກວ້າງຂວາງເຖິງພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃຫ້ມີຄວາມຮັບຮູ້ຢ່າງຈ້ະແຈ້ງກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງ, ເຫັນໄດ້ຄວາມເປັນກຽດ, ໜ້າທີ່ຂອງບັດເລືອກຕັ້ງແຕ່ລະບັດຕໍ່ອະນາຄົດຂອງປະເທດຊາດ. ພວກເຮົາຕ້ອງໃຫ້ບຸລິມະສິດແນະນຳບຸກຄົນທີ່ມີຈິນຕະນາການປ່ຽນແປງໃໝ່, ກ້າຄິດ, ກ້າເວົ້າ, ກ້າທຳ, ກ້າຮັບຜິດຊອບ; ມີວິໄສທັດ ແລະ ກຳລັງຄວາມສາມາດເຂົ້າຮ່ວມການວາງແຜນກຳນົດນະໂຍບາຍສ້າງສັນໃຫ້ແກ່ການພັດທະນາທ້ອງຖິ່ນ ແລະ ປະເທດຊາດໃນໄລຍະໃໝ່”.
ຝາກຝັງຄວາມເຊື່ອໝັ້ນ, ຄວາມຫວັງ ແລະ ທັງຄວາມຮັບຜິດຊອບ
ຜູ້ມີສິດເລືອກຕັ້ງທັງໝົດກວ່າ 70 ລ້ານຄົນ ໄດ້ເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ ໝາຍຄວາມວ່າ ມີກວ່າ 70 ລ້ານເຈົ້າກຳສິດອຳນາດພ້ອມກັນເຂົ້າຮ່ວມການສ້າງກົງຈັກແຫ່ງສິດອຳນາດລັດ. ຈາກເຂດພູສູງຕະຫຼອດຮອດເຂດທົ່ງພຽງ, ຈາກຕົວເມືອງຕະຫຼອດຮອດເຂດທະເລໝູ່ເກາະທີ່ຫ່າງໄກ, ປະຊາຊົນແຕ່ລະຄົນ ລ້ວນແຕ່ມີຄວາມສະະເໝີພາບໃນສິດຕັດສິນວ່າໃຜຈະຕາງໜ້າໃຫ້ຕົນເອງເຂົ້າຮ່ວມສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ບໍ່ມີຄວາມແຕກຕ່າງກ່ຽວກັບອາຊີບ, ທີ່ຕັ້ງໃນສັງຄົມ ຫຼື ເງື່ອນໄຂເສດຖະກິດຕໍ່ບັດເລືອກຕັ້ງແຕ່ລະບັດ, ພົນລະເມືອງທຸກຄົນຕ່າງກໍມີຄຸນຄ່າເທົ່າທຽມກັນກ່ຽວກັບສິດເປັນເຈົ້າຂອງປະເທດຊາດ.
ບັດເລືອກຕັ້ງແຕ່ລະບັດທີ່ໄດ້ປ່ອນໃສ່ຫີບບັດແມ່ນການທີ່ຜູ້ມີສິດເລືອກຕັ້ງຝາກຝັງຄວາມເຊື່ອໝັ້ນ, ຄວາມຫວັງ ແລະ ນັບທັງຄວາມຮັບຜິດຊອບໃຫ້ແກ່ຜູ້ເປັນຕົວແທນໃຫ້ແກ່ຕົນເອງຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ແລະ ທ້ອງຖິ່ນ. ລຸງ ກືອາຈູ, ຜູ້ມີສິດເລືອກຕັ້ງຢູ່ບ້ານ ລາວຈາຍ 1, ແຂວງ ລາຍເຈົາ ແບ່ງປັນວ່າ:
“ຂ້າພະເຈົ້າຫວັງວ່າ ບັນດາຜູ້ແທນປະຊາຊົນຈະເອົາໃຈໃສ່, ໃກ້ຊິດຕິດແທດກັບພໍ່ແມ່ປະຊາຊົນຫຼາຍກວ່າອີກ; ຕັ້ງໜ້າຮັບຟັງຄຳເຫັນຂອງພໍ່ແມ່ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍ. ຈາກນັ້ນ ກໍ່ນຳເອົາບັນດາຄຳເຫັນອັນຊອບທຳຂອງພໍ່ແມ່ປະຊາຊົນລາຍງານຕໍ່ພັກ ແລະ ລັດຢ່າງທັນການ; ເພື່ອນຳມະຕິສະບັບຕ່າງໆຂອງພັກເຂົ້າສູ່ຊີວິດ, ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນກວ່າເກົ່າ”.
ບັດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງແຕ່ລະຄົນແມ່ນສັນຍາລັກທີ່ມີຊີວິດຊີວາຂອງຄວາມໄວ້ເນື້ອເຊື່ອໃຈ, ຂອງຈິດໃຈຄວາມຮັບຜິດຊອບ, ເຈດຈຳນົງເປັນເຈົ້າຂອງປະເທດຊາດຂອງປະຊາຊົນ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ແມ່ນບ່ອນທີ່ເຈດຈຳນົງຂອງປະຊາຊົນເຕົ້າໂຮມກັນກາຍເປັນກຳລັງແຮງແຫ່ງຊາດ, ແມ່ນຄວາມຄາດຫວັງສ້າງປະເທດຊາດພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ຮຸ່ງເຮືອງເຂັ້ມແຂງ./.










