• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນໍາການພົວພັນລະຫວ່າງຫວຽດນາມ - ມາຣົກ ຂຶ້ນສູ່ລະດັບສູງໃໝ່

ຢູ່ນອກກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 40 ລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (AIPA 40) ຕອນບ່າຍວັນທີ 26 ສິງຫາ, ຢູ່ນະຄອນຫຼວງ ປາງກອກ ປະເທດໄທ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານ Habib El Malki  ປະທານສະພາຕໍ່ ມາຣົກ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານ Habib El Malki  ປະທານສະພາຕໍ່ ມາຣົກ (ພາບ: TTXVN)

ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ມາຣົກ; ພ້ອມທັງສະເໜີສອງຝ່າຍ ສືບຕໍ່ເພີ່ມທະວີການພົວພັນແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ເພື່ອແນໃສ່ນໍາການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ສອງຝ່າຍສືບຕໍ່ເສີມຂະຫຍາຍການສົບທົບກັນຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນໃນຂອບເຂດ ສປຊ, ປະຊາຄົມບັນດາປະເທດໃຊ້ພາສາຝລັ່ງ ໂກໂຟນີ, ຂະບວນການບໍ່ຮ່ວມກຸ່ມ.

        ສ່ວນທ່ານ Habib El Malki  ປະທານສະພາຕໍ່ ມາຣົກ ໄດ້ແຈ້ງໃຫ້ຊາບວ່າ ທ່ານຈະນໍາໜ້າຄະນະຜູ້ແທນຂັ້ນສູງສະພາຕໍ່າ ມາຣົກ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 41 ເຊິ່ງຈະຈັດຂຶ້ນຢູ່ນະຄອນຮ້າລອງ, ແຂວງກວ໋າງນິງຂອງຫວຽດນາມ ໃນປີ 2020. ທ່ານ ປະທານສະພາຕໍ່າ ມາຣົກ ກໍມີຄວາມປາດຖະໜາວ່າ ສະພາແຫ່ງຊາດຫວຽດນາມ ໜູນຊ່ວຍ ມາຣົກ ໃນວິວັດການກາຍເປັນ ປະເທດສັງເກດການ AIPA.  

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top