• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ບຸນ​ເຕັດ​ທີ່​ອົບ​ອຸ່ນ​ມາ​ໃຫ້​ຄົນ​ເຈັບ ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

ຕອນບ່າຍວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ, ອົງການ ປະກັນສັງຄົມ ຫວຽດນາມໄດ້ຈັດລາຍການ “ນຳບຸນເຕັດທີ່ອົບອຸ່ນມາໃຫ້ຄົນເຈັບ ທີ່ປະສົບກັບຄວາມຫຍຸ້ງຍາກ - ລະດູບານໃໝ່ປີແມວ 2023”.
ລາຍການ “ນຳບຸນເຕັດທີ່ອົບອຸ່ນມາໃຫ້ຄົນເຈັບ ທີ່ປະສົບກັບຄວາມຫຍຸ້ງຍາກ - ລະດູບານໃໝ່ປີແມວ 2023” (ພາບ: VOV)

ລາຍການໄດ້ມອບຂອງຂວັນໃຫ້ແກ່ຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກ ຕ້ອງນອນໂຮງໝໍປິ່ນປົວໃນໂອກາດບຸນເຕັດ ຢູ່ບັນດາໂຮງໝໍໃນທົ່ວປະເທດ. ຢູ່ຂັ້ນສູງກາງ, ນັບແຕ່ວັນທີ 30 ທັນວາ ປີ 2022 ມາຮອດປັດຈຸບັນ, ບັນດາຄະນະປະຕິບັດງານຂອງອົງການປະກັນສັງຄົມ ຫວຽດນາມໄດ້ໄປໂຮງໝໍຂັ້ນສູນກາງ ເພື່ອມອບຂອງຂວັນໃຫ້ແກ່ຄົນເຈັບທຸກຍາກ. ທ່ານ ຫງວຽນເທ໊ແມ້ງ, ຫົວໜ້າອົງການປະກັນສັງຄົມ ຫວຽດນາມ ແບ່ງປັນວ່າ:

ຫວັງວ່າຂອງຂວັນເລັກໆນ້ອຍໆທີ່ໄດ້ມາຈາກພະນັກງານ, ພາລະກອນ, ລັດຖະກອນ, ຜູ້ອອກແຮງງານໃນຂະແໜງປະກັນສັງຄົມ ຫວຽດນາມ ຈະສືບຕໍ່ເພີ່ມກຳລັງໃຈ, ຄວາມອົບອຸ່ນ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມຫວັງໃຫ້ແກ່ຄົນເຈັບເພື່ອຈະໄດ້ຕ້ອນຮັບບຸນເຕັດຢ່າງສະຫງົບສຸກ, ອົບອຸ່ນ, ເຕັມໄປດ້ວຍຄວາມຮັກແພງ. ພວກຂ້າພະເຈົ້າບໍ່ພຽງແຕ່ມອບຂອງຂວັນອັນອົບອຸ່ນໃຫ້ແກ່ບັນດາຄົນເຈັບເທົ່ານັ້ນ ຫາກຍັງແມ່ນຄວາມເຫັນອົກເຫັນໃຈ, ການແບ່ງປັນນ້ຳໃຈຄວາມຮັກແພງ, ການກະທຳອັນສູງສົ່ງ, ແມ່ນການເຄື່ອນໄຫວສືບທອດມູນເຊື້ອອັນດີງາມຂອງຊົນຊາດ, ນຳມາເຊິ່ງຄວາມໝາຍມະນຸດສະທຳ, “ຮັກແພງມະນຸດຄືດັ່ງຮັກຕົນເອງ”.

ໂດຍຕາງໜ້າບັນດາໂຮງໝໍທີ່ໄດ້ຮັບຂອງຂວັນຈາກອົງການປະກັນສັງຄົມ ຫວຽດນາມ, ທ່ານຮອງສາດສະດາຈານ, ປ.ອ ຫງວຽນແມ້ງແຄງ, ຮອງຜູ້ອຳນວຍການໂຮງໝໍມິດຕະພາບ ຫວຽດນາມ ເຢຍລະມັນ ໃຫ້ຮູ້ວ່າ ນີ້ແມ່ນລາຍການທີ່ມີຄວາມໝາຍເຊິ່ງ ອົງການປະກັນສັງຄົມ ຫວຽດນາມ ໄດ້ຮ່ວມເດີນທາງກັບບັນດາໂຮງໝໍ, ຄົນເຈັບ, ປະກອບສ່ວນລະດົມກຳລັງໃຈທາງດ້ານຈິດໃຈ ແລະ ວັດຖຸ ໃຫ້ແກ່ຄົນເຈັບ ແລະ ພໍ່ແມ່ພີ່ນ້ອງຂອງເຂົາເຈົ້າເມື່ອບຸນເຕັດວຽນມາ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top