ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນການຖືເປັນສຳຄັນຂອງຫວຽດນາມ ສຳລັບການພົວພັນ ຫວຽດນາມ - ອົດສະຕາລີ, ຕີລາຄາສູງການພັດທະນາຢ່າງແຮງ, ແທດຈິງ ແລະ ຮອບດ້ານຂອງການຮ່ວມມືລະຫວ່າງສອງປະເທດໃນຊຸມປີຜ່ານມາ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງຕໍ່ໝາກຜົນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Anthony Albanese, ໂດຍສະເພາະແມ່ນບັນດາການພົບປະເຈລະຈາ, ຂອງທ່ານນາຍົກລັດຖະມົນຕີ ກັບການນຳ ຫວຽດນາມ ແລະ ຂໍ້ຕົກລົງສຳຄັນຕ່າງໆທີ່ສອງປະເທດບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້. ທ່ານເລຂາທິການໃຫຍ່ສະແດງຄວາມເຫັນດີເປັນເອກະພາບຕໍ່ທິດທາງພັດທະນາການພົວພັນ, ໃນນັ້ນ ມີການປະຕິບັດການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ຮ່ວມມື ດີກວ່າ ແລະ ຍົກສູງປະສິດທິຜົນການປະຕິບັດບັນດາຂໍ້ຕົກລົງລະຫວ່າງ 2 ປະເທດ.
ສ່ວນທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ປາດຖະໜາວ່າ ອົດສະຕາລີ ປາດຖະໜາຢາກຍົກການພົວພັນລະຫວ່າງສອງປະເທດຈາກຄູ່ຮ່ວມມືຍຸດທະສາດໃນປັດຈຸບັນ ໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ທັດສະນະຂອງ Camberra ກ່ຽວກັບຄວາມສຳຄັນຂອງການປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕຂອງບັນດາປະເທດ, ການພົວພັນສະເໝີພາບ, ສະໜັບສະໜູນບົດບາດເປັນໃຈກາງຂອງສະມາຄົມ ອາຊຽນ ແລະ ນະໂຍບາຍຂອງລັດຖະບານ ອົດສະຕາລີ ແລະ ແນວທາງທີ່ເປັນມູນເຊື້ອຂອງພັກແຮງງານ, ນັ້ນແມ່ນຖືການຊຸກຍູ້ການພົວພັນກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ເປັນສຳຄັນ.