• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າມ​ມິ​ງ​ຈິງ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກຸ່ມ​ບໍ​ລິ​ສັດ Marubeni (ຍີ່​ປຸ່ນ) ທີ່ເປີດ​ກ້​ວາງ​ການ​ລົງ​ທຶນ​ຍຸດ​ທະ​ສາດ​ຢູ່ ຫວຽດ​ນາມ

ທ່ານ ຜູ້ອຳນວຍການໃຫຍ່ Masayuki Omoto ເນັ້ນໜັກວ່າ ກຸ່ມບໍລິສັດ Marubeni ປາດຖະໜາຢາກຊຸກຍູ້ການພັດທະນາ, ເປີດກວ້າງບັນດາຂົງເຂດອຸດສາຫະກຳ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Masayuki Omoto ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Marubeni (ຍີ່ປຸ່ນ) (ພາບ: VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມຊົມເຊີຍຕໍ່ກຸ່ມບໍລິສັດ Marubeni (ຍີ່ປຸ່ນ) ທີ່ເປີດກ້ວາງການລົງທຶນຍຸດທະສາດຢູ່ ຫວຽດນາມ. ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານ Masayuki Omoto ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Marubeni (ຍີ່ປຸ່ນ) ໃນຕອນບ້າຍວັນທີ 14 ກໍລະກົດ, ຢູ່ສຳນັກກງານລັດຖະບານ, ຮ່າໂນ້ຍ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ Marubeni ສືບຕໍ່ເປີດກວ້າງບັນດາໂຮງໄຟຟ້າພະລັງງານຄວາມຮ້ອນອາຍແກັດ, ພ້ອມທັງຮ່ວມມືກັບກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam)ໃນຂົງເຂດໄຟຟ້າແຮງລົມຢູ່ນອກຝັ່ງທະເລ, ໜູນຊ່ວຍຫວຽດນາມ ນຳການປ່ອຍອາຍພິດລົງລະດັບ 0 ໃນປີ 2050.

ທ່ານ ຜູ້ອຳນວຍການໃຫຍ່ Masayuki Omoto ເນັ້ນໜັກວ່າ ກຸ່ມບໍລິສັດ Marubeni ປາດຖະໜາຢາກຊຸກຍູ້ການພັດທະນາ, ເປີດກວ້າງບັນດາຂົງເຂດອຸດສາຫະກຳ ຫວຽດນາມ, ທ່ານສະເໜີຫວຽດນາມ ເພີ່ມເຕີມສະມັດຕະພາບໃນການຈັດແບ່ງແຫຼ່ງສະໜອງພະລັງງານໄຟຟ້າໃຫ້ແກ່ ກ໋ວາງນິງເພື່ອຕອບສະໜອງຄວາມຕ້ອງການຂອງບັນດານັກລົງທຶນ.

ກ່ຽວກັບການລົງທຶນເຂົ້າເຂດອຸດສາຫະກຳ Amata City ຢູ່ກ໋ວາງນິງ, ທ່ານນາຍົກລັດຖະມົນຕີ ປາດຖະໜາ Marubeni ສືບຕໍ່ລົງທຶນເຂົ້າ ຫວຽດນາມ ໃນຂົງເຂດເຕັກໂນໂລຢີສູງ, ໃຫ້ຄຳໝັ້ນສັນຍາລັດຖະບານ ຫວຽດນາມ ສືບຕໍ່ປະຕິຮູບການປະຕິບັດລະບຽບການບໍລິຫານ, ການລົງທຶນເຂົ້າການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ຜ່ານນັ້ນກໍ່ສ້າງຄວາມສະດວກໃຫ້ແກ່ບັນດານັກລົງທຶນ, ໃນນັ້ນມີ Marubeni.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ຫວຽດນາມ ສົ່ງເສີມບັນດານັກລົງທຶນມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ

ທ່ານປະທານປະເທດຊົມເຊີຍ ແລະ ສົ່ງເສີມບັນດານັກລົງທຶນ ມາລົງທຶນເຂົ້າຂົງເຂດເຕັກໂນໂລຊີສູງ ຕາມການກຳນົດທິດຍຸດທະສາດ

Top