ທ່ານ ຜູ້ອຳນວຍການໃຫຍ່ Masayuki Omoto ເນັ້ນໜັກວ່າ ກຸ່ມບໍລິສັດ Marubeni ປາດຖະໜາຢາກຊຸກຍູ້ການພັດທະນາ, ເປີດກວ້າງບັນດາຂົງເຂດອຸດສາຫະກຳ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Masayuki Omoto ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Marubeni (ຍີ່ປຸ່ນ) (ພາບ: VOV)
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມຊົມເຊີຍຕໍ່ກຸ່ມບໍລິສັດ Marubeni (ຍີ່ປຸ່ນ) ທີ່ເປີດກ້ວາງການລົງທຶນຍຸດທະສາດຢູ່ ຫວຽດນາມ. ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານ Masayuki Omoto ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Marubeni (ຍີ່ປຸ່ນ) ໃນຕອນບ້າຍວັນທີ 14 ກໍລະກົດ, ຢູ່ສຳນັກກງານລັດຖະບານ, ຮ່າໂນ້ຍ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ Marubeni ສືບຕໍ່ເປີດກວ້າງບັນດາໂຮງໄຟຟ້າພະລັງງານຄວາມຮ້ອນອາຍແກັດ, ພ້ອມທັງຮ່ວມມືກັບກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam)ໃນຂົງເຂດໄຟຟ້າແຮງລົມຢູ່ນອກຝັ່ງທະເລ, ໜູນຊ່ວຍຫວຽດນາມ ນຳການປ່ອຍອາຍພິດລົງລະດັບ 0 ໃນປີ 2050.
ທ່ານ ຜູ້ອຳນວຍການໃຫຍ່ Masayuki Omoto ເນັ້ນໜັກວ່າ ກຸ່ມບໍລິສັດ Marubeni ປາດຖະໜາຢາກຊຸກຍູ້ການພັດທະນາ, ເປີດກວ້າງບັນດາຂົງເຂດອຸດສາຫະກຳ ຫວຽດນາມ, ທ່ານສະເໜີຫວຽດນາມ ເພີ່ມເຕີມສະມັດຕະພາບໃນການຈັດແບ່ງແຫຼ່ງສະໜອງພະລັງງານໄຟຟ້າໃຫ້ແກ່ ກ໋ວາງນິງເພື່ອຕອບສະໜອງຄວາມຕ້ອງການຂອງບັນດານັກລົງທຶນ.
ກ່ຽວກັບການລົງທຶນເຂົ້າເຂດອຸດສາຫະກຳ Amata City ຢູ່ກ໋ວາງນິງ, ທ່ານນາຍົກລັດຖະມົນຕີ ປາດຖະໜາ Marubeni ສືບຕໍ່ລົງທຶນເຂົ້າ ຫວຽດນາມ ໃນຂົງເຂດເຕັກໂນໂລຢີສູງ, ໃຫ້ຄຳໝັ້ນສັນຍາລັດຖະບານ ຫວຽດນາມ ສືບຕໍ່ປະຕິຮູບການປະຕິບັດລະບຽບການບໍລິຫານ, ການລົງທຶນເຂົ້າການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ຜ່ານນັ້ນກໍ່ສ້າງຄວາມສະດວກໃຫ້ແກ່ບັນດານັກລົງທຶນ, ໃນນັ້ນມີ Marubeni.