ຕອນເຊົ້າວັນທີ 12 ກັນຍາ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ເຂົ້າຮ່ວມກອງປະຊຸມສຸດຍອດບັນດາກຸ່ມພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຄັ້ງທີ 18 ແລະ ເຮັດວຽກສອງຝ່າຍຢູ່ ອິນເດຍ ແຕ່ວັນທີ 12 – 13 ກັນຍາ 2026 ຕາມຄຳເຊື້ອເຊີນຂອງທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ.
ນີ້ເປັນຄັ້ງທຳອິດ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ແລະ ແມ່ນຄັ້ງທີ 2 ທີ່ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຊຶ່ງສະແດງໃຫ້ເຫັນບົດບາດ, ຖານະຕຳແໜ່ງ, ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ບັນດາບັນຫາທົ່ວໂລກ ແລະ ອະນາຄົດຂອງພາກພື້ນ ແລະ ໂລກ. ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:
ໂຄງການດຳເນີນງານຂອງ BRICS ເປີດກວ້າງຈາກເສດຖະກິດ, ການເງິນໄປຍັງບັນດາຂົງເຂດແມ່ນກຳລັງໜູນໃໝ່ໃຫ້ການພັດທະນາຄືວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ປັນຍາປະດິດ, ພະລັງງານ… ການເຂົ້າຮ່ວມ, ແລກປ່ຽນຢູ່ກອງປະຊຸມຊ່ວຍພວກເຮົາຮັບຮູ້ ບັນດາກາລະໂອກາດ ແລະ ສິ່ງທ້າທາຍຢ່າງເລິກເຊິ່ງກວ່າອີກ, ທາບທາມບົດຮຽນປະສົບການ ແລະ ທິດທາງຮ່ວມມືຂອງບັນດາຄູ່ຮ່ວມມື, ມີພື້ນຖານຕື່ມອີກໃຫ້ແກ່ວິວັດການສ້າງ, ບູລະນະນະໂຍບາຍພັດທະນາ, ປະຕິບັດເປົ້າມາຍກໍ່ສ້າງພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້າຕົນອງ, ເຊື່ອມໂຍງເຂົ້າກັບສາກົນນັບມື້ນັບມີປະສິດທິຜົນ, ເລິກເຊິ່ງ ແລະ ແທ້ຈິງກວ່າ.






