ຂ່າວສານ
ນາຍົກລັດຖະມົນຕີ ເລມິງຮຶງ ເປັນປະທານພິທີຕ້ອນຮັບນາຍົກລັດຖະມົນຕີ ໄທຢ່າງເປັນທາງການ
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໄທ Anutin Charnvirakul ໄດ້ມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3 ແຕ່ວັນທີ 8 – 9 ມິຖຸນາ 2026. ຕອນບ່າຍວັນທີ 8 ມິຖຸນາຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ໄທ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີ ສອງທ່ານໄດ້ນຳໜ໊າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການເຈລະຈາເພື່ອແນໃສ່ຕີລາຄາໝາກຜົນຂອງການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ສະເໜີບັນດາທິດທາງຮ່ວມມືໃນໄລຍະຈະມາເຖິງ.






