ຂ່າວສານ
ນາຍົກລັດຖະມົນຕີ ຮຽກຮ້ອງຂະແໜງການທູດຍົກລະດັບການຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ
ຢູ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຂະແໜງການທູດ ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າ, ປ່ຽນແປງໃໝ່ຈິນຕະນາການ ແລະ ວິທີການຜັນຂະຫຍາຍວຽກງານການຕ່າງປະເທດໃນທູກຂົງເຂດ, ສ້າງພື້ນຖານການທູດຮອບດ້ານ, ທັນສະໄໝ, ເຂັ້ມຂຸ້ນໄປດ້ວຍສີສັນການທູດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກວ່າ:
ຕ້ອງປະຕິບັດບົດບາດເຊື່ອມຕໍ່ໃຫ້ດີກ່ວາອີກ: ເພີ່ມທະວີການຕ່າງປະເທດສອງຝ່າຍ ເພື່ອເຊື່ອມຕໍ່ພາຍໃນປະເທດ ກັບສາກົນ; ເຊື່ອມຕໍ່ເສດຖະກິດ, ເຊື່ອມຕໍ່ວັດນະທຳ, ເຊື່ອມຕໍ່ດີຈີຕອນ, ເຕັກໂນໂລຢີ, ເຊື່ອມຕໍ່ມະນຸດ… ປະຕິບັດພາລະກຳສາກົນໃຫ້ດີກ່ວາເກົ່າ, ຍົກລະດັບການຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ, ສືບຕໍ່ເສີມຂະຫຍາຍບົດບາດ, ຖານະຕຳແໜ່ງຂອງປະເທດຊາດໃນຄວາມເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການກຳນົດທິດ ແລະ ປັບປຸງການຄຸ້ມຄອງທົ່ວໂລກ, ເປັນຕົ້ນແມ່ນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍໃນພາກພື້ນ ແລະ ສາກົນ.








