ຂ່າວສານ
ນາຍົກລັດຖະມົນຕີ ຫວຽດນາມ ເດີນທາງຮອດ ອາຟະລິກາໃຕ້ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20
ຝ່າຍ ຫວຽດນາມ ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້ ໂຮ່ສີເກື່ອງ ແລະ ພະນັກງານສະຖານທູດ. ນີ້ແມ່ນປະເທດສຸດທ້າຍໃນການປະຕິບັດງານຂອງທ່ານນາຍົກລັດຖະມົນຕີຢູ່ 3 ປະເທດ ຕາເວັນອອກກາງ ແລະ ອາຟະລິກາ. ໃນສາມວັນເຮັດວຽກຢູ່ ອາຟະລິກາໃຕ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ປີ 2025 ແລະ ບັນດາການເຄື່ອນໄຫວສອງຝ່າຍຢູ່ ອາຟະລິກາໃຕ້. ທ່ານນາງ Vuyiswa Tulelo ເອກອັກຄະລັດຖະທູດ ອາຟະລິກາໃຕ້ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:
“ນີ້ບໍ່ພຽງແຕ່ແມ່ນການຢ້ຽມຢາມຂອງປະມຸກລັດເທົ່ານັ້ນ, ຫາກຍັງແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນການຮັບຮູ້ອັນສຳຄັນໃນສາຍພົວພັນລະຫວ່າງ ອາຟະລິກາໃຕ້ ແລະ ຫວຽດນາມ ອີກດ້ວຍ. ເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມກອງປະຊຸມສຸດຍອດ G20 ກໍແມ່ນອີກບາດກ້າວໜຶ່ງ ທີ່ສະແດງໃຫ້ເຫັນສາຍພົວພັນນີ້ພວມນັບມື້ນັບເຂັ້ມແຂງ ແລະ ຂະຫຍັນຂັນເຄື່ອນກວ່າ.”
ນີ້ແມ່ນຄັ້ງທີ 6 ທີ່ ຫວຽດນາມ ໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20, ເຂົ້າຮ່ວມຂໍ້ລິເລີ່ມຮ່ວມມືຈຳນວນໜຶ່ງໃນຂອບເຂດ G20.








