ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ອາຊຽນ ແລະ ສປຊ ຜັນຂະຫຍາຍແຜນການເຄື່ອນໄຫວໄລຍະ 2026 – 2030 ໃຫ້ມີປະສິດທິຜົນ, ແລະ ສະເໜີ 3 ເນື້ອໃນຈຸດສຸມຂອງການຮ່ວມມືເພື່ອເຮັດໃຫ້ການຮ່ວມມືສອງຝ່າຍເລິກເຊິ່ງຕື່ມອີກ. ທີໜຶ່ງແມ່ນ, ຊຸກຍູ້ລັດທິຫຼາຍຝ່າຍຢ່າງມີປະສິດທິຜົນ ແລະ ເຄົາລົບກົດໝາຍສາກົນ, ຖືການເຈລະຈາ ແລະ ການຮ່ວມມືແມ່ນເຄື່ອງມືແກ່ນສານເພື່ອສະກັດກັ້ນ, ແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ; ສະເໜີ ສປຊ ແບ່ງປັນບົດຮຽນປະສົບການ, ທັກສະໃນການທູດປ້ອງກັນສະກັດກັ້ນ, ໜູນຊ່ວຍ ອາຊຽນ ສ້າງຕັ້ງບັນດາກົນໄກກ່າວເຕືອນແຕ່ຫົວທີ, ສະກັດກັ້ນການປະທະກັນ ແລະ ຄຸ້ມຄອງວິກິດການ. ທີສອງແມ່ນ, ສ້າງ ແລະ ປ່ຽນແປງໃໝ່ລະບົບຄຸ້ມຄອງບໍລິຫານປັບຕົວໃຫ້ກັບຍຸກສະໄໝໃໝ່; ຊຸກຍູ້ບັນດາກຳລັງໜູນການເຕີບໂຕສີຂຽວ, ດີຈີຕອນ, ການຮ່ວມມືໃນປັນຍາປະດິດ, ຄວາມໝັ້ນຄົງທາງໄຊເບີ, ການຄຸ້ມຄອງຂໍ້ມູນ, ການຄ້າຫຼາຍຝ່າຍ, ມຸ່ງໄປເຖິງພັດທະນາການເຊື່ອມຕໍ່, ກວມລວມ ແລະ ມີຄວາມຮັບຜິດຊອບ. ທີສາມແມ່ນ, ຮັບປະກັນຊີວິດສັງຄົມຢ່າງຮອບດ້ານ, ຖືມະນຸດເປັນໃຈກາງໃນວິວັດທະນາການພັດທະນາ; ຊຸກຍູ້ການເຕີບໂຕສີຂຽວ, ຫັນປ່ຽນຢ່າງຍຸຕິທໍາ, ຮັດແຄບຊ່ອງວ່າງແຫ່ງການພັດທະນາ; ລະດົມທຸກແຫຼ່ງກຳລັງຮັບໃຊ້ໃຫ້ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບປະກັນຊີວິດຢ່າງຍຸຕິທຳ, ກວມລວມ ແລະ ມີປະສິດທິຜົນ; ຜັນຂະຫຍາຍບັນດາຄຳໝັ້ນສັນຍາທົ່ວໂລກເຊັ່ນ ເປົ້າໝາຍພັດທະນາແບບຍືນຍົງ (SDGs), ເອກະສານເພື່ອອະນາຄົດ ແລະ ຂໍ້ຕົກລົງດີຈີຕອນທົ່ວໂລກ.
ຕອນບ່າຍຂອງວັນດຽວກັນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືລວມມີ ຈີນ, ອາເມລິກາ, ລັດເຊຍ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຄັ້ງທີ 20. ໃນກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການ ກົວລາລຳເປີ ສະເຫຼີມສະຫຼອງ 20 ປີ EAS ແລະ ຖະແຫຼງການ EAS ກ່ຽວກັບການຊຸກຍູ້ ການພະຍາກອນຮັບມືກັບໄພພິບັດທຳມະຊາດໃນ ແຕ່ລະທ້ອງຖິ່ນ, ປະກອບສ່ວນປັບປຸງພື້ນຖານການຮ່ວມມືຍຸດທະສາດຂອງ EAS ໃນໄລຍະພັດທະນາໃໝ່, ມຸ່ງໄປເຖິງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ຍືນຍົງ ແລະ ວັດທະນາຖາວອນ.
ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະກັບທ່ານ ອະນຸທິນ ຊານວິຣະກຸນ ນາຍົກລັດຖະມົນຕີໄທ, ທ່ານ Ferdinand Romualdez Marcos Jr ປະທານາທິບໍດີ ຟີລິບປິນ. ໃນບັນດາການພົບປະດັ່ງກ່າວ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ອະນຸທິນ ຊານວິຣະກຸນ ນາຍົກລັດຖະມົນຕີໄທ, ທ່ານ Ferdinand Romualdez Marcos Jr ປະທານາທິບໍດີ ຟີລິບປິນ ໄດ້ເຫັນດີເປັນເອກະພາບຈະສົມທົບກັນ, ໜູນຊ່ວຍ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU), ມຸ່ງໄປເຖິງການຍົກເລີກ “ບັດເຫຼືອງ” ຂອງ ອີຢູ; ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ຮັກສາຄວາມສາມັກຄີ, ຄວາມເປັນເອກະພາບໃນ ອາຊຽນ; ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ໃນບັນດາບັນຫາສາກົນ ແລະ ພາກພື້ນ.







