• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ ກໍ​ລະ​ກົດ ຂອງ ລັດ​ຖະ​ບານ

ຕອນເຊົ້າວັນທີ 5 ສິງຫາ, ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານ ຫວຽດນາມ ໄດ້ດຳເນີນກອງປະຊຸມສະໄໝສາມັນປະຈຳເດືອນກໍລະກົດ 2023 ເພື່ອຕີລາຄາສະພາບການເສດຖະກິດ - ສັງຄົມ ຂອງເດືອນກໍລະກົດ ແລະ 7 ເດືອນຕົ້ນປີ 2023.
  ພາບບັນຍາກາດຂອງກອງປະຊຸມ (ພາບ: ເຢືອງຢາງ/TTXVN)  
ພາຍຫຼັງໃຫ້ຂໍ້ສັງເກດກ່ຽວກັບສະພາບການເສດຖະກິດໂລກ ແລະ ພາກພື້ນ ກໍຄືຢູ່ພາຍໃນປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ໃນເດືອນ ກໍລະກົດ ແລະ 7 ເດືອນຕົ້ນປີນີ້, ໂດຍພື້ນຖານແລ້ວ ຫວຽດນາມ ປະຕິບັດໄດ້ບັນດາເປົ້າໝຍສັງລວມຂອງປີ 2023 ດ້ວຍໝາກຜົນ ດີຂຶ້ນເປັນກ້າວໆ. ເຖິງຢ່າງໃດກໍຕາມ, ໃນສະພາບການສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍກວ່າກາລະໂອກາດ ແລະ ຂໍ້ສະດວກນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ສຸມໃສ່ປຶກສາຫາລື, ຕີລາຄາຢ່າງຮອບດ້ານ, ໄຈ້ແຍກຢ່າງລະອຽດ, ພາວະວິໄສ; ຍົກໃຫ້ເຫັນຢ່າງຈະແຈ້ງວຽກທີ່ເຮັດໄດ້ດີ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ເຮັດດີກວ່າອີກ, ສ່ວນວຽກໃດທີ່ຍັງບໍ່ທັນບັນລຸມາດຖານ, ກໍຕ້ອງຊອກຫາໄດ້ສາຍເຫດພາວະວິໄສ, ອັດຕະວິໄສ ແລະ ຖອດຖອນບົດຮຽນ.. ພ້ອມດຽວກັນນັ້ນ, ຮັບຮູ້, ຄາດຄະເນສະພາບການໃນໄລຍະຈະມເຖິງ, ຈາກນັ້ນ ຍົກອອກມາດຕະການຈຸດສຸມ, ບັນຫາຫຼັກແຫຼ່ງ, ຂອດບຸກທະລຸໃນເດືອນສິງຫາ ແລະ ບັນດາເດືອນຍັງເຫຼືອຂອງປີ 2023 ແລະ ໄລຍະຕໍ່ໄປ.

(ແຫຼ່ງຄັດຈາກ VOV)

ວັງ Kremlin: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວ

ວັງ Kremlin: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວ

ທ່ານ Peskov ຖືວ່າ ວິວັດການປຶກສາຫາລືຖືກຂາດວັກຂາດຕອນແມ່ນສິ່ງອາດສາມາດເຂົ້າໃຈໄດ້ ໃນສະພາບການການປະທະນັນເພີ່ມຂຶ້ນເຖິງຂັ້ນອັນຕະລາຍຢູ່ ພາກພືນຕາເວັນອອກກາງ.

Top