• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ: ແຜ່ຂະ​ຫຍາຍ​ນ້ຳ​ໃຈ​ມະ​ນຸດ​ສະ​ທຳ, ຄວາມ​ຮັກ​ແພງ​ຊ່ວຍ​ເຫຼ​ືອ​ເຊິ່ງ​ກັນ​ ແລະ ​ກັນ​ຂອງ​ຊາວ​ ຫວຽດ​ນາມ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງທະວີຄູນແບບຢ່າງອັນດີງາມ, ຮ່ຳຮຽນໃນຊຸມຊົນ, ແຜ່ຂະຫຍາຍນ້ຳໃຈມະນຸດສະທຳ, ຄວາມແຮງແພງຊ່ວຍເຫຼືອເຊິ່ງກັນແລະກັນ ຂອງຊາວຫວຽດນາມ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກຖາມຂ່າວບັນດາແບບຢ່າງມິດງຽບ (ພາບ: VGP) 

ກ່າວຄຳເຫັນທີ່ການພົບປະກັບແບບຢ່າງທີ່ດີເດັນ 50 ຄົນ ທີ່ຕາງໜ້າໃຫ້ແກ່ຜູ້ແທນ 400 ຄົນ ທີ່ເຂົ້າຮ່ວມພິທີຍ້ອງຍໍສັນລະເສີນ “ບັນດາແບບຢ່າງດີເດັ່ນມິດງຽບ ເພື່ອປະຊາຄົມ” ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ່ 27 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນ ໄດ້ເຄົາລົບນັບຖື ບັນດາແບບຢ່າງທີ່ເສຍສະຫຼະ ສິດຜົນປະໂຫຍດ ຂອງຕົນ ເພື່ອເບິ່ງແຍງປະຊາຄົມ, ສັງຄົມ. ທ່ານກໍ່ຢັ້ງຢືນວ່າ ຍາມໃດພັກ, ລັດ ກໍ່ໄດ້ເອົາໃຈໃສ່, ເບິ່ງແຍງຕໍ່ຜູ້ມີຄຸນງາມຄວາມດີ, ຜູ້ທຸກຍາກ, ຜູ້ພິການ, ຜູ້ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດໃນສັງຄົມ, ທ່ານນາຍົກລັດຖະມົນຕີ ຖືວ່າ: ລັດ ແລະ ບັນດາຜູ້ທີ່ມີຄວາມເມດຕາປານີໜູນຊ່ວຍປະຊາຄົມ ແມ່ນທຶນຮອນອັນປະເສີດຂອງສັງຄົມ, ການຊ່ວຍເຫຼືອຂອງປະຊານ, ປະຊາຄົມແມ່ນມີຄວາມສຳຄັນທີ່ສຸດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງທະວີຄູນແບບຢ່າງອັນດີງາມ, ຮ່ຳຮຽນໃນຊຸມຊົນ, ແຜ່ຂະຫຍາຍນ້ຳໃຈມະນຸດສະທຳ, ຄວາມຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ຂອງຊາວຫວຽດນາມ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top