ຂ່າວສານ
ນາຍົກລັດຖະມົນຕີ: ສ້າງລະບອບລະບຽບການ, ກົດໝາຍ ແມ່ນແຫຼ່ງກຳລັງ, ກຳລັງໜູນ, ເປົ້າໝາຍແກ່ການພັດທະນາ
ຕອນເຊົ້າວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ເຂົ້າຮ່ວມກອງປະຊຸມທົ່ວປະເທດສະຫຼຸບວຽກງານຍຸຕິທຳປີ 2025, ອາຍຸການ 2021 – 2025; ກຳນົດທິດອາຍຸການ 2026 – 2030 ແລະ ໜ້າທີ່ຈຸດສຸມໃນວຽກງານປີ 2026, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ພາລະກຳ ແລະ ໜ້າທີ່ສຳຄັນໃນການຍົກສູງສະຕິຄວາມຮັບຜິດຊອບ ແລະ ການກະທຳໃນການສ້າງລະບອບລະບຽບການ ແລະ ກົດໝາຍ.
“ສ້າງລະບອບລະບຽບການກົດໝາຍແມ່ນແຫຼ່ງກຳລັງ, ກຳລັງໜູນ, ເປົ້າໝາຍໃຫ້ແກ່ການພັດທະນາ; ລົງທຶນໃຫ້ແກ່ການສ້າງລະບອບລະບຽບການ, ສ້າງກົດໝາຍແມ່ນການລົງທຶນໃຫ້ແກ່ການພັດທະນາ. ສ້າງລະບອບລະບຽບການ, ກົດໝາຍຕ້ອງຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ, ເຂົາເຈົ້າຈ້ອງເຂົ້າຮ່ວມວິວັດທະນາການນີ້ ແລະ ຕ້ອງປະຕິບັດລະບອບລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ. ສ້າງລະບອບລະບຽບການກົດໝາຍໃຫ້ກາຍເປັນແຫຼ່ງກຳລັງແກ້ງແຍ້ງຂອງປະເທດຊາດ, ຫັນ “ຈຸດອຸດຕັນ” ກາຍເປັນແຫຼ່ງກຳລັງແກ້ງແຍ້ງແຫ່ງຊາດ”.
ນາຍົກລັດຖະມົນຕີສະເໜີໃຫ້ຍູ້ແຮງການຫັນເປັນດີຈີຕອນຢ່າງຮອບດ້ານ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດ ແລະ bigdata ເຂົ້າໃນຂົງເຂດຍຸຕິທຳ, ໂດຍສະເພາະແມ່ນການສ້າງ, ປະກາດໃຊ້ເອກະສານທາງດ້ານກົດໝາຍ, ຈັດຕັ້ງປະຕິບັດກົດໝາຍຢ່າງເລິກເຊິ່ງກວ້າງຂວາງ.







