ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ: ສ້າງ​ລະ​ບອບ​ລະ​ບຽບ​ການ, ກົດ​ໝາຍ ແມ່ນ​ແຫຼ່ງ​ກຳ​ລັງ, ກຳ​ລັງ​ໜູນ, ເປົ້າ​ໝາຍ​ແກ່​ການ​ພັດ​ທະ​ນາ

ນາຍົກລັດຖະມົນຕີສະເໜີໃຫ້ຍູ້ແຮງການຫັນເປັນດີຈີຕອນຢ່າງຮອບດ້ານ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດ ແລະ bigdata ເຂົ້າໃນຂົງເຂດຍຸຕິທຳ, ໂດຍສະເພາະແມ່ນການສ້າງ, ປະກາດໃຊ້ເອກະສານທາງດ້ານກົດໝາຍ, ຈັດຕັ້ງປະຕິບັດກົດໝາຍຢ່າງເລິກເຊິ່ງກວ້າງຂວາງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ເຂົ້າຮ່ວມກອງປະຊຸມທົ່ວປະເທດສະຫຼຸບວຽກງານຍຸຕິທຳປີ 2025, ອາຍຸການ 2021 – 2025; ກຳນົດທິດອາຍຸການ 2026 – 2030 ແລະ ໜ້າທີ່ຈຸດສຸມໃນວຽກງານປີ 2026, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ພາລະກຳ ແລະ ໜ້າທີ່ສຳຄັນໃນການຍົກສູງສະຕິຄວາມຮັບຜິດຊອບ ແລະ ການກະທຳໃນການສ້າງລະບອບລະບຽບການ ແລະ ກົດໝາຍ.

ສ້າງລະບອບລະບຽບການກົດໝາຍແມ່ນແຫຼ່ງກຳລັງ, ກຳລັງໜູນ, ເປົ້າໝາຍໃຫ້ແກ່ການພັດທະນາ; ລົງທຶນໃຫ້ແກ່ການສ້າງລະບອບລະບຽບການ, ສ້າງກົດໝາຍແມ່ນການລົງທຶນໃຫ້ແກ່ການພັດທະນາ. ສ້າງລະບອບລະບຽບການ, ກົດໝາຍຕ້ອງຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ເປັນເຈົ້າກຳ, ເຂົາເຈົ້າຈ້ອງເຂົ້າຮ່ວມວິວັດທະນາການນີ້ ແລະ ຕ້ອງປະຕິບັດລະບອບລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ. ສ້າງລະບອບລະບຽບການກົດໝາຍໃຫ້ກາຍເປັນແຫຼ່ງກຳລັງແກ້ງແຍ້ງຂອງປະເທດຊາດ, ຫັນ “ຈຸດອຸດຕັນ” ກາຍເປັນແຫຼ່ງກຳລັງແກ້ງແຍ້ງແຫ່ງຊາດ”.

top