ເມື່ອມອບລາງວັນ Kovalevskaia ປີ 2025 ໃຫ້ແກ່ 01 ກົມກອງລວມໝູ່ ແລະ 1 ບຸກຄົນ, ໃນພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ໃນວິວັດທະນາການພັດທະນາ ແລະ ໃຈກາງຂອງການປ່ຽນແປງ, ແມ່ຍິງ ຫວຽດນາມ ແມ່ນແຫຼ່ງກຳລັງພາຍໃນທີ່ແຂງແຮງ, ແມ່ນເຈົ້າກຳເຂົ້າຮ່ວມການນຳພາ ແລະ ເຈົ້າຂອງບັນດາໂອກາດໃໝ່ຢ່າງຕັ້ງໜ້າ. ທ່ານກ່າວວ່າ:
“ຂ້າພະເຈົ້າຄິດວ່າຕ້ອງມີອີກລາງວັນໜຶ່ງ, ນອກຈາກລາງວັນ Kovalevskaia ທີ່ຈັດຂຶ້ນໃນວັນແມ່ຍິງສາກົນວັນທີ 8 ມີນາ, ພວກເຮົາຍັງມີວັນແມ່ຍິງ ຫວຽດນາມ ທີ 20 ຕຸລາ, ວັນມູນເຊື້ອຂອງແມ່ຍິງ ຫວຽດນາມ. ຂ້າພະເຈົ້າສະເໜີໃຫ້ຈັດລາງວັນ “ແມ່ຍິງຜູ້ເກັ່ງກ້າສາມາດ, ປະດິດຄິດສ້າງ ແລະ ອຸທິດສ່ວນ”. ຜ່ານນັ້ນ ສ່ອງແສງທາດແທ້ອົງອາດກ້າຫານ, ວັດທະນະທໍາອັນແກ່ນສານຂອງແມ່ຍິງ ແລະ ລາງວັນມີຊື່ວ່າ ຫງວຽນທິເທິບ (ການນຳປະຕິວັດຜູ້ມີຊື່ສຽງ, ອະດີດປະທານສະຫະພັນແມ່ຍິງຫ ວຽດນາມ, ແມ່ຍິງ ຫວຽດນາມ ຜູ້ໜຶ່ງດຽວທີ່ໄດ້ຮັບຫຼຽນໄຊ ດາວຄຳ) ໃນທຸກໆປີ ເຊິ່ງມອບໃນໂອກາດວັນທີ 20 ຕຸລາ ເພື່ອເຊີດຊູບັນດາຄວາມມານະພະຍາຍາມ ແລະ ການອຸທິດສ່ວນຂອງແມ່ຍິງ ຫວຽດນາມ”.









