ຂ່າວສານ
ນາຍົກລັດຖະມົນຕີ ສະເໜີກຸ່ມບໍລິສັດ Pacifico Energy (ອາເມລິກາ) ຍູ້ແຮງການຖ່າຍທອດເຕັກໂນໂລຢີໃຫ້ແກ່ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ສະເໜີ Pacifico Energy ເພີ່ມທະວີການລົງທຶນ, ດຳເນີນທຸລະກິດ ແລະ ຮ່ວມມືກັບບັນດາວິສາຫະກິດ ຫວຽດນາມກ່ຽວກັການຫັນເປັນສີຂຽວ, ພະລັງງານສະອາດ, ພະລັງງານທົດແທນ, ພິເສດແມ່ນການຜັນຂະຫຍາຍບັນດາໂຄງການໄຟຟ້າແສງຕາເວັນ, ໄຟຟ້າແຮງລົມຢູ່ນອກຝັ່ງ ແລະ ຄົ້ນຄ້ວາ, ລົງທຶນພັດທະນາລະບົບເຄືອຂ່າຍໄຟຟ້າ, ສົ່ງໄຟຟ້າຢູ່ ຫວຽດນາມ ເພື່ອປະກອບສ່ວນຮັບປະກັນຄວາມໝັ້ນຄົງພະລັງງານ.
ສ່ວນທ່ານ Nate Franklin ໄດ້ຕີລາຄາສູງບັນດາການຊີ້ນຳຂອງການນຳຂັ້ນສູງ ຫວຽດນາມ ກໍ່ຄືສ່ວນຕົວທ່ານນາຍົກລັດຖະມົນຕີກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ກໍ່ຄືການໜູນຊ່ວຍຢ່າງຕັ້ງໜ້າ, ມີປະສິດທິຜົນຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ກັບບັນດາວິສາຫະກິດ, ຢັ້ງຢືນ ຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາທີ່ໃຫຍ່ຫຼວງ ແລະ ຄວາມສາມາດບົ່ມຊ້ອນນີ້ ພວມໄດ້ຮັບການຫັນເປັນຕົວຈິງ ດ້ວຍແງ່ຫວັງໃນອະນາຄົດແມ່ນຕັ້ງໜ້າທີ່ສຸດ.