• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ສ.ເກົາຫຼີ ປະ​ຈຳ ຫວຽດ​ນ​າມ

ຕອນບ່າຍວັນທີ 06 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ, Choi Young Sam ເພື່ອແນໃສ່ຜັນຂະຫຍາຍ, ຫັນເນື້ອໃນການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ເປັນລະອຽດ, ກໍຄືສຳຫຼວດກວດຄືນການຈັດຕັ້ງປະຕິບັດເນື້ອໃນຂໍ້ຕົກລົງຮ່ວມມືສະບັບຕ່າງໆທີ່ບັນລຸໄດ້ໃນການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີ ຜ່ານມາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ, Choi Young Sam (ພາບ: VGP)

ໃນການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ຕັ້ງໜ້າສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ສ.ເກົາຫຼີ ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດໃນໄລຍະຜ່ານມາ; ຜັນຂະຫຍາຍເອກະສານຮ່ວມມື 41 ສະບັບ ເຊິງລັດຖະບານ, ວິສາຫະກິດ ແລະ ທ້ອງຖິ່ນ ສອງປະເທດໄດ້ລົງນາມໃນການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ເມື່ອເດືອນ ກໍລະກົດ ຜ່ານມາ.

        ສ່ວນທ່ານເອກອັກຄະລັດຖະທູດ Choi Young Sam ໃຫ້ຮູ້ວ່າ ສະຖານທູດ ສ.ເກົາຫຼີ ພວມຕັ້ງໜ້າກະກຽມໃຫ້ແກ່ບັນດາການຢ້ຽມຢາມຂັ້ນສູງຂອງການນຳສອງປະເທດໃນໄລຍະຈະມາເຖິງ; ສະໜັບສະໜູນ ແລະ ກຽມພ້ອມໜູນຊ່ວຍ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດຄູ່ຮ່ວມມື ເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກຮອດປີ 2030 (P4G) ຄັ້ງທີ 4; ຕັ້ງໜ້າພິຈາລະນາການເປີດສະຖານກົງສູນ ຫວຽດນາມ ປະຈຳ ບູຊານ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານຮອງປະທານຂັ້ນສູງຮັບຜິດຊອບການພົວພັນລັດຖະບານ ແລະ ດຳເນີນທຸລະກິດທົ່ວໂລກຂອງ ກຸ່ມບໍລິສັດ SpaceX, Tim Hughes (ພາບ: VGP)

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານຂັ້ນສູງຮັບຜິດຊອບການພົວພັນລັດຖະບານ ແລະ ດຳເນີນທຸລະກິດທົ່ວໂລກຂອງ ກຸ່ມບໍລິສັດ SpaceX, Tim Hughes. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບກຸ່ມບໍລິສັດ SpaceX (ອາເມລິກາ) ໃນບັນດາຂົງເຂດ SpaceX ມີທ່າແຮງ ແລະ ຫວຽດນາມ ມີກຳລັງບົ່ມຊ້ອນ, ເຊັ່ນ: ວິທະຍາສາດ - ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ປັນຍາປະດິດ, ອິນເຕີແນັດສັບພະສິ່ງ...

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top