ຕອນເຊົ້າວັນທີ 06 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ເມສາ 2025 ເພື່ອຕີລາຄາສະພາບການເສດຖະກິດ - ສັງຄົມ, ເບີກຈ່າຍເງິນລົງທຶນພາກລັດ, ສະພາບການປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ, ວຽກງານຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີໃນເດືອນເມສາ ແລະ ບັນດາໜ້າທີ່ຈຸດສຸມໃນເດືອນພຶດສະພາ ແລະ ໄລຍະຈະມາເຖິງ.
ໄປຄຽງຄູ່ກັບການຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ໃນເດືອນ ເມສາ ແລ້ວ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກໍຕີລາຄາສູງບັນດາກະຊວງ, ຂະແໜງການ ທີ່ໄດ້ຮີບເຮັ່ງສ້າງສຳເລັດ ແລະ ຍື່ນສະເໜີຕໍ່ກົມການເມືອງ ປະກາດໃຊ້ມະຕິເລກທີ 68 ໃນວັນທີ 04 ພຶດສະພາ ກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາສະມາຊິກ ລັດຖະບານ, ຜູ້ແທນເຂົ້າຮ່ວມກອງປະຊຸມ ຈົ່ງສຸມໃສ່ຕີລາຄາສະພາບການເດືອນພຶດສະພາ ແລະ ຊຸມເດືອນຕໍ່ໄປ; ວາງອອກບັນດາໜ້າທີ່, ມາດຕະການ ແນໃສ່ຊຸກຍູ້ການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ.
ກ່ຽວກັບການກຳນົດທິດບໍລິຫານໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການຕ້ອງຮີບເຮັ່ງສ້າງສຳເລັດມະຕິວ່າດ້ວຍການຈັດຕັ້ງຜັນຂະຫຍາຍມະຕິເລກທີ 66 ຂອງກົມການເມືອງ ກ່ຽວກັບການປ່ຽນແປງໃໝ່ວຽກງານສ້າງ ແລະ ປະຕິບັດກົດໝາຍ ຕອບສະໜອງຄຳຮຽກຮ້ອງພັດທະນາປະເທດໃນສັງກາດໃໝ່ ແລະ ມະຕິເລກທີ 68 ຂອງ ກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນໂດຍໄວ. ພ້ອມດຽວກັນນັ້ນ, ຕ້ອງຍູ້ໄວຄວາມຄືບໜ້າຜັນຂະຫຍາຍໂຄງການລົງທຶນກວ່າ 2.200 ໂຄງການ, ສືບຕໍ່ຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່, ເຊັ່ນ: ວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ, ນະວັດຕະກຳ…