• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບບັນດາການນຳປະເທດ ອາຊຽນເຂົ້າຮ່ວມວາລະປະຊຸມຄົບຄະນະ ແລະ ວາລະປະຊຸມວົງແຄບ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ. ທີໜຶ່ງ, ອາຊຽນ ຕ້ອງປັບປຸງຍຸດທະສາດຄວາມສາມັກຄີ ແລະ ເປັນເອກະພາບ, ຜ່ານນັ້ນຍົກສູງກຳລັງແຮງສັງລວມ ແລະ ຜັນຂະຫຍາຍບັນດາຍຸດທະສາດ, ແຜນການກະທຳຂອງ ສະມາຄົມຢ່າງຄົບຊຸດ, ມີປະສິດທິຜົນ. ທີສອງ, ອາຊຽນ ຕ້ອງເສີມຂະຫຍາຍພະລັງຊີວິດທີ່ຂະຫຍັນຂັນເຄື່ອນ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງການເຊື່ອມຕໍ່ພາຍໃນກຸ່ມບົນພື້ນຖານເປັນເຈົ້າການພັດທະນາ ປະຕິບັດບັນດາແຜນການຮ່ວມມືຢ່າງຮີບດ່ວນ ສົມທົບກັບການສຳຫຼວດກວດຄືນ, ປັບປຸງຢ່າງເປັນປະຈຳເພື່ອຮັບປະກັນບັນດາກົນໄກເຄື່ອນໄຫວຢ່າງລຸລ່ວງ, ຍົກສູງອັດຕາສ່ວນການຄ້າ, ການລົງທຶນພາຍໃນກຸ່ມໄປຄຽງຄູ່ກັບການເປີດກວ້າງບັນດາຂອບເຂດການຮ່ວມມືໃນພາກພື້ນ, ລະຫວ່າງພາກພື້ນ. ທີສາມ, ອາຊຽນຕ້ອງມານະພະຍາຍາມສ້າງກຳລັງແຮງທາງດ້ານນະວັດຕະກຳ, ຜ່ານການປະຕິບັດສຳເລັດກອບຮ່ວມມືໃໝ່ໂດຍດ່ວນຄື: ສັນຍາແມ່ກ່ຽວກັບເສດຖະກິດດີຈີຕອນ ອາຊຽນ ແລະ ແຜນການສັງລວມດີຈີຕອນ ອາຊຽນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຊ່ວຍ​ເຫຼືອ​ ລາວ ສ້າງ​ສ​ະ​ຖາ​ນີ​​ຖ່າຍ​ທອດ​ວິ​ທະ​ຍຸກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ ແຂວງ ຫົວ​ພັນ

ຫວຽດ​ນາມ ຊ່ວຍ​ເຫຼືອ​ ລາວ ສ້າງ​ສ​ະ​ຖາ​ນີ​​ຖ່າຍ​ທອດ​ວິ​ທະ​ຍຸກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ ແຂວງ ຫົວ​ພັນ

ໂຄງການດັ່ງກ່າວຈະກໍ່ສ້າງສຳເລັດໃນເດືອນ ທັນວາ 2026 ປະກອບສ່ວນສ້າງພື້ນຖານ ແລະ ພັດທະນາຕາໜ່າງກະຈາຍສຽງ, ໂທລະພາບໃນດິນແດນລາວ.

Top