• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ຈົບ​ງາມ

ທີ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Takaichi ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ
  ທ່ານ​ນາງ Takaichi Sanae ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ແລະ ທ່ານ ເລ​ມິງ​ຮຶງ​ ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ (ພາບ: VGP)  

ຕອນ​ເຊົ້າ​ວັນ​ທີ 3 ພຶ​ດ​ສະ​ພາ, ທ່ານ​ນາງ Takaichi ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ໄດ້​ເດີນ​ທາງ​ອອກ​ຈາກ ​ຮ່າ​ໂນ້ຍ ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 ຫາ​ວັນ​ທີ 3 ພຶດ​ສະ​ພາ ຕາ​ມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ.

ທີ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Takaichi ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ໃຫ້​ການ​ຕ້ອນ​ຮັບ​, ພົບ​ປະເຈ​ລະ​ຈາ ແລະ ພ້ອມ​ກັບ​ທ່ານນາງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Takaichi ພົບ​ປະ​ກັບ​ສື່ມວນ​ຊົນ ​ເພື່ອ​ປະ​ກາດ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການພົບ​ປະ​ເຈ​ລະ​ຈາ. ໃນ​ໂອ​ກາດ​ນີ້, ຕໍ່​ໜ້າ​ກາ​ນ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ Takaichi ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ, ທ້ອງ​ຖິ່ນ​ສອງ​ປະ​ເທດ ​ໄດ້​ແລກ​ປ່ຽນ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ 6 ສະ​ບັບ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ກໍ່ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Takaichi.

(ແຫຼ່ງຄັດຈາກ VOV)

ໂປ​ໂລຍ ກ່າວ​ເຕືອນ​ໄພ​ແຕກ​ແຫງ​ກັບ ນາ​ໂຕ ພາຍຫຼັງ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ອອກ​ຈາກ ເຢຍ​ລະ​ມັນ

ໂປ​ໂລຍ ກ່າວ​ເຕືອນ​ໄພ​ແຕກ​ແຫງ​ກັບ ນາ​ໂຕ ພາຍຫຼັງ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ອອກ​ຈາກ ເຢຍ​ລະ​ມັນ

ຄຳ​ກ່າວ​ເຕືອນ​ຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ຍົກ​ອອກ​ມາ​ພາຍຫຼັງ​ເວ​ລາ​ພຽງ 2, 3 ຊົ່ວ​ໂມງ​ທີ​ ອາ​ເມ​ລິ​ກາ ຕັດ​ສິນ​ໃຈ​ຖອນ​ທະ​ຫານ​ປະ​ມານ 5000 ຄົນ​ອອກ​ຈາກ ເຢຍ​ລະ​ມັນ.

Top