ຂ່າວສານ
ນາຍົກລັດຖະມົນຕີ ກຳປູເຈຍ ຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Moha Borvor Thipadei Hun Manet ໄດ້ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນຄັ້ງທີ 3 ແຕ່ວັນທີ 8 – 9 ມິຖຸນາ 2026. ຕອນເຊົ້າວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ Samdech Moha Borvor Thipadei Hun Manet ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີ Hun Manet ດຳເນີນການເຈລະຈາ.






