• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ ຫວຽດ​ນາມ - ລາ​ວ​ນັບ​ມື້​ນັບ​ເລິກ​ເຊິ່ງ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ຢູ່​ການ​ພົບ​ປະ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ສອງ​ທ່ານ​ໄດ້​ຢັ້ງ​ຢືນ​ນະ​ໂຍ​ບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ສອງ​ພັກ, ສອງ​ລັດ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃຫ້​ການ​ປັບ​ປຸງ, ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ (ພາບ: VOV)  

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ, ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ລັດ​ຖະ​ບານ ລາວ​ມາຮອດ​ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 ແຕ່​ວັນ​ທີ 7 – 9 ມິ​ຖຸ​ນາ 2026. ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ເຈ​ລະ​ຈາ.

ຢູ່​ການ​ພົບ​ປະ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ສອງ​ທ່ານ​ໄດ້​ຢັ້ງ​ຢືນ​ນະ​ໂຍ​ບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ສອງ​ພັກ, ສອງ​ລັດ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃຫ້​ການ​ປັບ​ປຸງ, ເພີ່ມ​ພູນ​ຄູ​ນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ. ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຕ່າງ​ປະ​ເທດ ແລະ ປະ​ສານ​ສົມ​ທົບ​ຢູ່​ບັນ​ດາ​ເວ​ທີປາ​ໄສ​ໃນ​ພາກ​ພື້ນ, ສາ​ກົນ​ສືບ​ຕໍ່​ໄດ້​ເພີ່​ມ​ທະ​ວີ, ຮ່ວມ​ມື​ລະ​ຫວ່າງ​ບັນ​ດາກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ເປີດກວ້າງ.

ເພື່ອ​ສືບ​ຕໍ່​ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ສອ​ງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ ແລະ ທຸກ​ຂັ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​, ໝາກ​ຜົນ​ກອງ​ປະ​ຊຸມ​ຄັ້ງ​ທີ 48 ຂອງ​ຄະ​ນ​ະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ ຢ່າງ​ເຂັ້ມ​ງວດ, ບັນ​ລຸ​ໄດ້​ຄຸນ​ນະ​ພາບ​ສູງ, ສ້າງ​ປະ​ຖົມ​ປັດ​ໄຈ​ເພື່ອ​ໃຫ້​ສອງ​ຝ່າຍ​ປະ​ສານ​ສົມ​ທົບ​ຈັດ​ຕັ້ງ​ປະ​ຕິ​ບັດ​​ສັນ​ຍ​າ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ ລັດ​ຖະ​ບານ ຫວຽດ​ນາມ ແລະ ລັດ​ຖະ​ບານ ລາວ​ໃນ​ໄລ​ຍະ 2026 – 2030ຢ່າງ​ມີ​ໄຊ…

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ປະ​ສາ​ນ​ສົມ​ທົບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ສົນ​ທິ​ສັນ​ຍາ ແລະ ຂໍ້​ຕົກ​ລົງ​ການ​ຮ່ວ​ມ​ມື​ດ້ານ​ເສດ​ຖະ​ກິດ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ, ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ທີ່​ສອດ​ຄ່ອງ​ຢ່າງ​ຄົບ​ຊຸດ​ເພື່ອ​ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ, ການ​ປ່ຽນ​ແປງ​ໃໝ່​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ການ​ສຶກ​ສາ - ບຳລຸງ​ສ້າງ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາ​ບ​ສູງ ແລະ ບຳ​ລຸງ​ສ້າງ​ພະ​ລັງ​ງານ​ການ​ນຳ, ຄຸ້ມ​ຄອງ​ຂັ້ນ​ສູງ; ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ​ຢູ່​ລາວ​ໂດຍ​ໄວ, ຍູ້​ແຮງ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ, ການ​ທ່ອງ​ທ່ຽວ; ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ກະ​ສິ​ກຳ​ສະ​ອາດ, ການ​ຄ້າ​ເອ​ເລັກ​ໂຕ​ນິກ, ກາ​ນ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ນະ​ວັດ​ຕະ​ກຳ.

(ແຫຼ່ງຄັດຈາກ VOV)

ເວ​ທີ​ປາ​ໄສ AFF: ເຊື່ອມ​ຕໍ່​ບັນ​ດາ​ພັກ​ການ​ເມືອງ ແລະ ຕົວ​ເມືອງ ອາ​ຊຽນ

ເວ​ທີ​ປາ​ໄສ AFF: ເຊື່ອມ​ຕໍ່​ບັນ​ດາ​ພັກ​ການ​ເມືອງ ແລະ ຕົວ​ເມືອງ ອາ​ຊຽນ

ກອງ​ປ​ະ​ຊຸມ​ການ​ນຳ​ບັນ​ດາ​ນະ​ຄອນ ອາ​ຊຽນ​ໂດຍ​ນະ​ຄອນ​ຮ່າ​ໂນ້​ຍ​ຈັດ​​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ເຕີບ​ໂຕ​ສີ​ຂຽວ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ຮັບ​ມື​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ໃໝ່.

Top