• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເຫັນດີກ່ຽວກັບແຜນນະໂຍບາຍ ອະນຸຍາດໃຫ້ ສັ່ງສິນຄ້າການບໍລິການ ວິໄຈໂຄວິດ-19

ວັນທີ 09 ເມສາ, ໃນເອກະສານທາງການເລກທີ 2769 ຂອງຫ້ອງວ່າການລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີຄຳເຫັນກ່ຽວກັບການສະເໜີຂອງກະຊວງການເງິນ ແລະ ກະຊວງສາທາລະນະສຸກ ກ່ຽວກັບເລື່ອງມອບໃຫ້ຮາກຖານສາທາລະນະສຸກເອກະຊົນປະຕິບັດການວິໄຈ, ບົ່ງມະຕິພະຍາດໂຄວິດ-19.

ນາຍົກລັດຖະມົນຕີເຫັນດີກ່ຽວກັບແຜນນະໂຍບາຍ ອະນຸຍາດໃຫ້ ສັ່ງສິນຄ້າການບໍລິການ ວິໄຈໂຄວິດ-19 (ພາບ: TTXVN)

 ໂດຍລະອຽດ, ທ່ານນາຍົກລັດຖະມົນຕີໄດ້ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍວ່າດ້ວຍການ ອະນຸຍາດໃຫ້ສັ່ງສິນຄ້າສະໜອງການບໍລິການວິໄຈ, ບົ່ງມະຕິພະຍາດໂຄວິດ-19 ຄືດັ່ງການສະເໜີຂອງກະຊວງການເງິນ. ກະຊວງສາທາລະນະສຸກເປັນປະທານ ສົມທົບກັບບັນດາກະຊວງ ການເງິນ, ກະຊວງຍຸຕິທຳ ແລະ ບັນດາອົງການທີ່ກ່ຽວຂ້ອງ ເພື່ອສ້າງສຳເລັດຢ່າງຮີບດ່ວນ, ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ອະນຸມັດຜ່ານຂໍ້ຕົກລົງວ່າດ້ວຍການສັ່ງສິນຄ້າສະໜອງການບໍລິການພາລະກິດພາກລັດຕາມຂໍ້ກຳນົດທີ່ບັນຈຸໃນດຳລັດເລກທີ 32 ລົງວັນທີ 10 ເມສາ 2019 ຂອງລັດຖະບານກຳນົດ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top