• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ-ຍີ່ປຸ່ນຄັ້ງທີ 9 ແລະ ກອງປະຊຸມສຸດຍອດອາຊຽນ - ສະຫະປະຊາຊາດ

      ຕອນຄ່ຳວັນທີ 13 ພະຈິກ, ຢູ່ມານີລາ, ປະເທດຟິລິບປີນ, ກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 9 ຖືກດຳເນີນດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຍີ່ປຸ່ນ.
      
(ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ-ຍີ່ປຸ່ນ)
      ຢູ່ທີ່ນີ້, ບັນດາການນຳໄດ້ເຫັນດີນຳກັນ ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ອຸດສາຫະກຳລະຫວ່າງຍີ່ປຸ່ນ ກັບບັນດາປະເທດແມ່ຂອງ ຕາມກຳນົດທິດຂອງເອກະສານ “ພັດທະນາອຸດສາຫະກຳແມ່ຂອງ ເຊື່ອມຕໍ່” ເຊິ່ງໄດ້ຍົກອອກມາທີ່ກອງປະຊຸມລັດຖະມົນຕີເສດຖະກິດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 9; ເພີ່ມທະວີການສົມທົບກັນລະຫວ່າງການຮ່ວມມືແມ່ຂອງ - ຍີ່ປຸ່ນ ກັບບັນດາອົງການຈັດຕັ້ງໃນພາກພື້ນ ແລະ ສາກົນອື່ນໆ; ໜູນຊ່ວຍບັນດາປະເທດແມ່ຂອງ ປະຕິບັດເປົ້າໝາຍເຕີບໂຕຂຽວ, ຜັນຂະຫຍາຍບັນດາໂຄງການຮັບມືກັບສະພາບນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ຢືນຢັນຄືນໃໝ່ຄວາມເປັນຕາຍຂອງການຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແບບຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມແມ່ນ້ຳຂອງ. ກອງປະຊຸມກໍ່ເນັ້ນໜັກເຖິງການເພີ່ມທະວີການປະຕິບັດກົດໝາຍຂອງບັນດາປະເທດແມ່ຂອງ ໂດຍມີການໜູນຊ່ວຍຂອງຍີ່ປຸ່ນ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງການຮ່ວມມືແມ່ຂອງ - ຍີ່ປຸ່ນ ຄວນເອົາໃຈໃສ່ເຖິງການໜູນຊ່ວຍບັນດາປະເທດແມ່ຂອງ; ພັດທະນາອຸດສາຫະກຳ ແລະ ກະສິກຳກ້າວໜ້າ; ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ກໍຄືເພີ່ມທະວີກຳລັງຄົ້ນຄວ້າພັດທະນາ; ກໍ່ສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ ແລະ ເພີ່ມທະວີການເຊື່ອມຕໍ່ພາກພື້ນ…
        ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ອອກຖະແຫຼງການຮ່ວມ ແລະ ເຫັນດີຈັດກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 10 ຢູ່ຍີ່ປຸ່ນ.
        ທີ່ກອງປະຊຸມສຸດຍອດອາຊຽນ - ສະຫະປະຊາຊາດ ຄັ້ງທີ 9, ບັນດາການນຳໄດ້ເຫັນດີສືບຕໍ່ຊຸກຍູ້ການຜັນຂະຫຍາຍບັນດາແຜນການກະທຳອາຊຽນ - ສະຫະປະຊາຊາດ 2016 – 2020 ກໍ່ຄືສົມທົບກັບໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ວິໄສທັດປະຊາຄົມອາຊຽນ 2025 ດ້ວຍບັນດາຂົງເຂດໃຫ້ບຸລິມະສິດຄື: ຮັກສາສັນຕິພາບ, ຕ້ານອາດຊະຍາກຳຂ້າມຊາດ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…
        ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢືນຢັນຄຳໝັ້ນສັນຍາ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານອາຊຽນ - ສະຫະປະຊາຊາດ ຕາມທິດໜູນຊ່ວຍສະພາບຕົວຈິງອາຊຽນ ປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາເປົ້າໝາຍຂອງໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງຂອງຫະປະຊາຊາດ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍຄວນເພີ່ມທະວີການທາບທາມຄວາມເຫັນ, ສົມທົບກັນເພື່ອຊຸກຍູ້ບັນດາໂຄງການຮ່ວມມືອາຊຽນ - ສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ ແລ ປັບປຸງການຮັບປະກັນຊີວິດສັງຄົມ. ພ້ອມກັນນັ້ນ, 2 ຝ່າຍຄວນເພີ່ມທະວີການແບ່ງປັນ ແລະ ຊຸກຍູ້ຜົນປະໂຫຍດລວມ, ໜູນຊ່ວຍເຊິ່ງກັນ ແລະ ກັນໃນການຮັບມືກັບບັນດາສິ່ງທ້າທາຍທີ່ມີລັກສະນະພາກພື້ນ ແລະ ທົ່ວໂລກ.
        ແລະກໍ່ໃນຕອນເຊົ້າວັນທີ 14 ພະຈິກ, ບັນດາການນຳອາຊຽນ ຈັດກອງປະຊຸມສຸດຍອດອາຊຽນ +3 ກັບການນຳຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ; ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງ 40 ປີແຫ່ງການພົວພັນອາຊຽນ - ການາດາ ແລະ ສະເຫຼີມສະຫຼອງ 40 ປີແຫ່ງການພົວພັນອາຊຽນ - ອີຢູ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top