• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະ 2 ຝ່າຍກັບນາຍົກລັດຖະມົນຕີສິງກະໂປ

ວັນທີ 12 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ເນື່ອງໃນໂອກາດມາເຂົ້າຮ່ວມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ (WEF ASEAN) ຢູ່ຫວຽດນາມ.
 
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບນາຍົກລັດຖະມົນຕີສິງກະໂປ)
 

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາຜົນງານດ້ານເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີຂອງສິງກະໂປ ແລະ ສະເໜີໃຫ້ສິງກະໂປ ໜູນຊ່ວຍຫວຽດນາມ ໃນການຮັບເອົາກາລະໂອກາດຈາກການປະຕິວັດອຸດສາຫະກຳ 4.0, ນຳໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການຄຸ້ມຄອງ, ຫັນເປັນຕົວເມືອງ, ການຖ່າຍທອດເຕັກໂນໂລຊີ ແລະ ການລົງທຶນພັດທະນາພື້ນຖານໂຄງລ່າງ…

        ສ່ວນທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ຊົມເຊີຍບັນດານະຄອນໃຫຍ່ຂອງຫວຽດນາມ ຄື: ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ດ່ານັ້ງ ເຂົ້າຮ່ວມເຄືອຂ່າຍບັນດານະຄອນອັດສະລິຍະອາຊຽນ ເພື່ອແນໃສ່ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ, ນຳບັນດານະຄອນນີ້ໃຫ້ກາຍເປັນບັນດາຕົວເມືອງແຖວໜ້າໃນພາກພື້ນ. ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ໜູນຊ່ວຍປະຊາຄົມວິສາຫະກິດຂອງ 2 ປະເທດເປີດກວ້າງການຮ່ວມມື, ລົງທຶນດຳເນີນທຸລະກິດຢູ່ແຕ່ລະປະເທດ; ໜູນຊ່ວຍແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ສະເໜີແນະຂອງວິສາຫະກິດຢ່າງທັນການ ເພື່ອແນໃສ່ຍົກສູງວົງເງິນການຄ້າ ແລະ ການລົງທຶນ 2 ສົ້ນຢ່າງບໍ່ຢຸດຢັ້ງ.

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສົມທົບກັນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນໃນອາຊຽນ ເພື່ອຫັນຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ການປະດິດຄິດສ້າງເປັນລະອຽດ; ຮັກສາບັນດາຫຼັກການເຊິ່ງອາຊຽນ ໄດ້ເຫັນດີເຫັນພ້ອມໃນບັນດາບັນຫາສຳຄັນ ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ. 2 ຝ່າຍກໍ່ເຫັນດີຊຸກຍູ້ທ່າຕັ້ງໜ້າຂອງການຫັນການຄ້າເປັນເສລີ ແລະ ການຮ່ວມສຳພັນເສດຖະກິດພາກພື້ນໃນປະຈຸບັນ, ສົມທົບກັບບັນດາປະເທດດຳເນີນການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ສຳເລັດໂດຍໄວ.

(ແຫຼ່ງຄັດຈາກ VOV)


ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top