• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກ: ພະນັກງານການທູດຕ້ອງເປັນທູດວັດທະນະທຳ, ເສດຖະກິດ

ຕອນເຊົ້າວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມສຳນັກງານຕຶກໃໝ່ຂອງກະຊວງການຕ່າງປະເທດ. ພົບປະ, ໂອ້ລົມກັບພະນັກງານ, ລັດຖະກອນກະຊວງການຕ່າງປະເທດຫວຽດນາມ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມສຳນັກງານຕຶກໃໝ່ຂອງກະຊວງການຕ່າງປະເທດ

(ພາບ: TTXVN)

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ພະນັກງານ, ລັດຖະກອນຂອງກະຊວງການຕ່າງປະເທດ ສືບຕໍ່ມານະພະຍາຍາມ, ສູ້ສົນຫຼາຍກວ່າອີກເພື່ອປະກອບສ່ວນສຳຄັນເຂົ້າໃນຜົນງານດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດຊາດໃນປີ 2018. ພ້ອມກັນນັ້ນແມ່ນເອົາໃຈໃສ່ຍົກສູງປະສິດທິຜົນການພົວພັນຕ່າງປະເທດຢ່າງມີປະສິດທິຜົນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາເສດຖະກິດ, ສັງຄົມ, ຍົກສູງກຳລັງຄວາມສາມາດແຫ່ງຊາດ. ຮັກສາແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ; ຢືດໝັ້ນແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີກະຊວງການຕ່າງປະເທດ ຈົ່ງເອົາໃຈໃສ່ເຖິງວຽກງານບຸກຄະລາກອນກວ່າອີກ, ພະນັກງານການທູດຕ້ອງເປັນທູດວັດທະນະທຳ, ເສດຖະກິດ. ອົງການຕ່າງໜ້າການທູດຢູ່ຕ່າງປະເທດຕ້ອງສ້າງໂຄງປະກອບຕາມທິດກະທັດລັດ, ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top