ຕ້ອງຊອກຫາທຸກວິທີເພື່ອເຂົ້າເຖິງເຂດປະຊາຊົນທີ່ພວມຖືກຕັດຂາດກັບພາຍນອກຍ້ອນນ້ຳຖ້ວມ, ບໍ່ປະໃຫ້ປະຊາຊົນຂາດແຄນອາຫານ, ເຄື່ອງນຸ່ງ, ຫິວ ແລະ ໜາວຢ່າງເດັດຂາດ. ນີ້ແມ່ນຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເມື່ອເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານກ່ຽວກັບວຽກງານແກ້ໄຂຜົນຮ້າຍທີ່ຕາມມາພາຍຫຼັງພາຍຸ Matmo, ທີ່ຈັດຂຶ້ນໃນວັນທີ 09 ຕຸລາ, ຢູ່ສຳນັກງານລັດຖະບານ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ສະພາບການຍັງມີການຜັນແປສັບສົນທີ່ສຸດ, ນ້ຳຖ້ວມຂຶ້ນລະດັບປະຫວັດສາດ, ກໍ່ຄວາມເສຍຫາຍທາງດ້ານຊີວິດອິນຊີ ແລະ ຊັບສິນ, ແລະ ຄາດວ່າສະພາບນ້ຳຖ້ວມຈະຍັງແກ່ຍາວຢູ່; ນັບແຕ່ນີ້ຮອດທ້າຍປີ ອາດຈະເກີດພາຍຸຫຼາຍລູກຕື່ມອີກ. ກ່ຽວກັບວຽກງານໃນສະເພາະໜ້າ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ລະດົມທຸກແຫຼ່ງກຳລັງໜູນຊ່ວຍປະຊາຊົນບັນດາເຂດຖືກໄພທຳມະຊາດແກ້ໄຂຜົນຮ້າຍຢ້ອນຫຼັງ, ຮັບປະກັນຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ.
“ສືບຕໍ່ກວດກາຄືນ, ລະດົມບັນດາແຫຼ່ງກຳລັງ, ພາຫະນະ ດ້ວຍທຸກວິທີຕ້ອງເຂົ້າເຖິງເຂດທີ່ພໍ່ແມ່ປະຊາຊົນພວມຖືກຕັດຂາດກັບພາຍນອກ; ສະໜອງອາຫານ, ນ້ຳດື່ມ, ຢາ… ບັນດາເຂດທີ່ບໍ່ສາມາດເຂົ້າເຖິງໄດ້ດ້ວຍທາງບົກ, ທາງນ້ຳ ກໍ່ຕ້ອງນຳໃຊ້ທາງການບິນ. ບໍ່ປະໃຫ້ປະຊາຊົນຂາດອາຫານ, ເຄື່ອງນຸ່ງ, ຫິວ ແລະ ໜາວຢ່າງເດັດຂາດ”.
ທ່ານນາຍົກລັດຖະມົນຕີກໍ່ສະເໜີເພີ່ມທະວີກຳລັງທະຫານ, ຕຳຫຼວດ, ສະມາຊິກຊາວໜຸ່ມໜູນຊ່ວຍປະຊາຊົນມ້ຽນເຮືອນຊານ, ອະນາໄມສິ່ງແວດລ້ອມ, ໜູນຊ່ວຍປະຊາຊົນສ້ອມແປງເຮືອນທີ່ຖືກເປ່ເພ, ປຸກສ້າງເຮືອນທີ່ຖືກພັງທະລາຍ…