• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ເລມິນຮຶງ ແບ່ງປັນກ່ຽວກັບຍຸດທະສາດການກຳນົດທີ່ຕັ້ງຂອງ ຫວຽດນາມ ໃນອະນາຄົດທົ່ວໂລກ

ໂດຍປະເຊີນໜ້າກັບບັນດາການຜັນຜວນດ້ານເສດຖະກິດ ແລະ ພູມສາດການເມືອງທົ່ວໂລກໃນປະຈຸບັນ, ຫວຽດນາມ ໄດ້ເປັນເຈົ້າການຮັບຮູ້, ປະເຊີນໜ້າກັບບັນດາສິ່ງທ້າທາຍ ແລະ ວາງແຜນກຳນົດບັນດາແຜນນະໂຍບາຍ, ແນວທາງຍຸດທະສາດເອງດ້ວຍຄວາມຕັດສິນໃຈນຳ ຫວຽດນາມ ກ້າວເຂົ້າສູ່ໄລຍະການພັດທະນາໃໝ່.
ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ກ່າວ​ຄຳ​ເຫັນ​ທີ່​ການ​ສົນ​ທະ​ນາ (ພາບ: VNA)

ຫວຽດນາມ ໄດ້ກຳນົດວ່າ: ຄວາມສະຫງົບດ້ານການເມືອງ, ສັງຄົມ ແລະ ຄວາມມີສະຖຽນລະພາບມະຫາພາກ ແມ່ນພື້ນຖານ; ລະ​ບອບລະບຽບການພັດທະນາ ແມ່ນບາດກ້າວບຸກທະລຸ; ເຕັກໂນໂລຊີ ແມ່ນກຳ​ລັງແຮງ ແລະ ວິສາຫະກິດ ແມ່ນໃຈກາງ; ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແມ່ນເງື່ອນໄຂສຳຄັນ; ການຕ່າງປະເທດແບບເປີດກວ້າງ ໄດ້ສ້າງຂອບເຂດ ແລະ ແຫຼ່ງ​ກຳ​ລັງ ໃຫ້ແກ່ການພັດທະນາ. ນີ້ແມ່ນການຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດ​ນາມ ເລມິນຮຶງ ທີ່ການສົນທະນາພາຍໃຕ້ຫົວຂໍ້ “ການກຳນົດທີ່ຕັ້ງຂອງ ຫວຽດນາມ ໃນອະນາຄົດທົ່ວໂລກ” ເຊິ່ງນອນ​ໃນວາລະປະຊຸມຮ່ວມຄົບ​ຄະ​ນະຂັ້ນສູງ ຂອງເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2026, ທີ່ໄດ້ໄຂຂຶ້ນໃນຕອນເຊົ້າວັນນີ້ (28/10), ຢູ່ ນະຄອນ ໂຮ່ຈິມິນ.

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໃຫ້ຮູ້ວ່າ: ໂດຍປະເຊີນໜ້າກັບບັນດາການຜັນຜວນດ້ານເສດຖະກິດ ແລະ ພູມສາດການເມືອງທົ່ວໂລກໃນປະຈຸບັນ, ຫວຽດນາມ ໄດ້ເປັນເຈົ້າການຮັບຮູ້, ປະເຊີນໜ້າກັບບັນດາສິ່ງທ້າທາຍ ແລະ ວາງແຜນກຳນົດບັນດາແຜນນະໂຍບາຍ, ແນວທາງຍຸດທະສາດເອງດ້ວຍຄວາມຕັດສິນໃຈນຳ ຫວຽດນາມ ກ້າວເຂົ້າສູ່ໄລຍະການພັດທະນາໃໝ່.

ພວກເຮົາໄດ້ກຳນົດວ່າ: ຄວາມເປັນເຈົ້າຕົນເອງ ບໍ່ໝາຍຄວາມວ່າຄົບວົງຈອນ, ແຕ່ ຄວາມເປັນເຈົ້າຕົນ​ເອງແມ່ນການຍົກສູງຄວາມສາມາດໃນການຕັດສິນໃຈດ້ວຍ​ຕົນ​ເອງ,ພ້ອມທັງເປີດກວ້າງຂອບເຂດການພັດທະນາຜ່ານການເຊື່ອມໂຍງສາກົນຢ່າງເປັນເຈົ້າການ, ເລິກເຊິ່ງ ແລະ ມີປະສິດທິຜົນ. ຫວຽດນາມ ຈະສືບຕໍ່ຫັນຕະຫຼາດ, ຄູ່ຮ່ວມມື, ແຫຼ່ງ​ທຶນ, ເຕັກໂນໂລຊີ, ພະລັງງານ ແລະ ຕ່ອງໂສ້ການສະໜອງໃຫ້ເປັນຫລາຍຮູບຫລາຍແບບ;ນຳໃຊ້ບັນດາສັນຍາການຄ້າເສລີທີ່ ຫວຽດນາມ ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະ ປັບປຸງຮັກສາສາຍພົວພັນທີ່ມີຄວາມສົມດຸນ, ມີສະຖຽນລະພາບ, ຕ່າງ​ຝ່າຍຕ່າງມີຜົນປະໂຫຍດກັບບັນດາຄູ່ຮ່ວມມື,ພ້ອມທັງຕັ້ງໜ້າເຂົ້າຮ່ວມບັນດາກົນໄກຫລາຍຝ່າຍ.

(ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top