• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສຸມໃສ່ປະຕິບັດແຜນຮ່າງໂຮມແຂວງຈຳນວນໜຶ່ງໃຫ້ສຳເລັດ

ຕອນເຊົ້າວັນທີ 05 ກຸມພາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ກຸມພາ 2025.
ກອງປະຊຸມລັດຖະບານປະຈຳເດືອນກຸມພາ 2025. (ພາບ: VGP)

ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ: ເປົ້າໝາຍບຸລິມະສິດໃນປັດຈຸບັນ ແມ່ນສຸມໃສ່ການຊຸກຍູ້ການເຕີບໂຕ, ປະຕິບັດການປັບປຸງກົງຈັກລັດໃຫ້ກະທັດລັດ ແລະ ສັບຊ້ອນຄືນບັນດາກົມກອງບໍລິຫານຢ່າງມີປະສິດທິຜົນ.

        ຕາມນັ້ນແລ້ວ, ກ່ຽວກັບການປັບປຸງກົງຈັກລັດໃຫ້ກະທັດລັດ ແລະ ສັບຊ້ອນບັນດາກົມກອງບໍລິຫານຄືນໃໝ່, ຕ້ອງສຸມໃສ່ປະຕິບັດແຜນຮ່າງສັບຊ້ອນກົມກອງບໍລິຫານໃຫ້ສຳເລັດຕາມຂໍ້ສະຫຼຸບຂອງກົມການເມືອງ. ເລື່ອງຄົ້ນຄວ້າໂຮມແຂວງຈຳນວນໜຶ່ງນັ້ນ ຕ້ອງຮັບປະກັນໃຫ້ສອດຄ່ອງກັບມາດຖານ, ເງື່ອນໄຂຕົວຈິງ, ສະພາບການ ແລະ ມູນເຊື້ອປະຫວັດສາດ - ວັດທະນະທຳຂອງແຕ່ລະທ້ອງຖິ່ນ.

        ກ່ຽວກັບການຊຸກຍູ້ການເຕີບໂຕ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງເປັນເຈົ້າການ, ຕັ້ງໜ້າ, ມີໄຫວພິບ, ວາງອອກໜ້າທີ່, ມາດຕະການໃຫ້ສອດຄ່ອງ. ເປົ້າໝາຍແມ່ນເຕີບໂຕໄວ ແຕ່ຕ້ອງຍືນຍົງ, ເພີ່ມທະວີລະບຽບວິໄນບໍລິຫານໃຫ້ເຂັ້ມງວດ. ພ້ອມດຽວກັນນັ້ນ, ກໍ່ປະຕິບັດນະໂຍບາຍເງິນຕາຢ່າງເປັນເຈົ້າການ, ມີໄຫວພິບ, ທັນການ, ມີປະສິດທິຜົນ; ຊຸກຍູ້ການລົງທຶນສາທາລະນະຢ່າງແຮງກວ່າ, ຂ້ຽວຂາດກວ່າ; ເພີ່ມລາຍຮັບ, ຫຼຸດລາຍຈ່າຍ, ປະຢັດການໃຊ້ຈ່າຍ, ຫຼຸດຜ່ອນພາສີ, ຄ່າທຳນຽມໃຫ້ແກ່ປະຊາຊົນ, ວິສາຫະກິດ, ຊຸກຍູ້ການເຕີບໂຕ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top