• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖະຫວາຍທູບທຽນຢູ່ ອະນຸສາວະລີ ກວາງຈູງ - ຫງວຽນເຫວ້

      ເນື່ອງໃນໂອກາດສະເຫຼີມສະຫຼອງ ໄຊຊະນະ ງອກໂຮ່ຍ - ດົ໊ງດາ (1789 – 2021), ຕອນຄ່ຳວັນທີ 15 ກຸມພາ (ເຊິ່ງກົງກັບວັນທີ 4 ບຸນເຕັດປີ ສະຫຼູ 2021), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນ ຢູ່ອະນຸສາວະລີ ກວາງຈູງ - ຫງວຽນເຫວ້ ແລະ ວິຫານບູຊາ ເຈົ້າຊີວິດ ກວາງຈູງ ຢູ່ ເຂດປູຊະນີຍະສະຖານລະດັບຊາດພິເສດ ໂນນດົ໊ງດາ, ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ວາງພວງມາລາ ແລະ ຖະຫວາຍທູບທຽນ ຢູ່ອະນຸສາວະລີ ກວາງຈູງ - ຫງວຽນເຫວ້ ແລະ ວິຫານບູຊາ ເຈົ້າຊີວິດ ກວາງຈູງ ຢູ່ ເຂດປູຊະນີຍະສະຖານລະດັບຊາດພິເສດ ໂນນດົ໊ງດາ, ຮ່າໂນ້ຍ (ພາບ: TTXVN)
      ເຈົ້າຊີວິດ ກວາງຈູງ - ຫງວຽນເຫວ້ ແມ່ນ ຜູູ້ບັນຊາຂະບວນການລຸກຮືຂຶ້ນຂອງ ຊາວກະສິກອນ ເຕີຍເຊີນ ໂດຍໄດ້ສ້າງວິລະກຳອັນລືຊາຜາກົດໃນບັ້ນຕໍ່ສູ້ຕ້ານສັດຕູພາຍໃນປະເທດ ແລະ ຕ່າງປະເທດ ຢູ່ ກຸຍເຍິນ, ຝູອຽນ, ຝູຊວັນ, ແຣກເຢິ່ມ - ຊວ່າຍມຸດ, ພິເສດແມ່ນໄຊຊະນະຄັ້ງປະຫວັດສາດ ງອກໂຮ່ຍ - ດົ໊ງດາ ໃນລະດູບານໃໝ່ປີ 1789. ໄຊຊະນະດັ່ງກ່າວ ໄດ້ທັບມ້າງເຈດຈຳນົງຢຶດຄອງ ດ້າຍຫວຽດ ຂອງ ລາຊະວົງ ຊິງ ໃນສະໄໝ ກ່ານລອງ. ນີ້ກໍແມ່ນໜຶ່ງໃນບັນດາບັ້ນຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຈາກພາຍນອກທີ່ມີຊື່ສຽງທີ່ສຸດໃນປະຫວັດສາດ ຫວຽດນາມ ແລະ ແມ່ນ ວິລະກຳອັນພິລະອາດຫານທີ່ສຸດຂອງ ເຈົ້າຊີວິດ ກວາງຈູງ  ອັນໄດ້ປະກອບສ່ວນເຂົ້າໃນພາລະກິດແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບໃນ ສະໄໝລາຊະວົງ ເຕິຍເຊີນ, ຢຸດຕິສົງຄາມການເມືອງລະຫວ່າງ ເຈົ້າພະຍາ ຈິ້ງ ຢູ່ທາງພາກເໜືອ ກັບ ເຈົ້າພະຍາ ຫງວຽນ ຢູ່ ທາງພາກໃຕ້ ເຊິ່ງແກ່ຍາວເປັນເວລາ 2 ສະຕະວັດ.
ອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ບິ່ງດິ້ງ ກໍໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນ ອາໄລຫາການອຸທິດສ່ວນ ແລະ ຄຸນງາມຄວາມດີ ຂອງ ເຈົ້າຊີວິດ ກວາງຈູງ (ພາບ:TTXVN)
      ເນື່ອງໃນໂອກາດນີ້, ອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ບິ່ງດິ້ງ ກໍໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນ ອາໄລຫາການອຸທິດສ່ວນ ແລະ ຄຸນງາມຄວາມດີ ຂອງ ເຈົ້າຊີວິດ ກວາງຈູງ ຢູ່ ເມືອງ ເຕີຍເຊີນ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top