• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ: ຫວຽດນາມ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ

      ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Choi Young Joo, ປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ, ປະທານກຸ່ມບໍລິສັດ Panko - ເຊິ່ງແມ່ນວິສາຫະກິດ ສ.ເກົາຫຼີ ທີ່ພວມຜັນຂະຫຍາຍບັນດາໂຄງການຕ່ຳແຜ່ນຕັດຫຍິບ ຢູູ່ພາກກາງ ຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ຫວຽນຊວນຟູ໋ກ ຢືນຢັນວ່າ ຫວຽດນາມ

ທ່ານ Choi Young Joo ແລະ ທ່ານ ຫງວຽນຊວນຟຸກ
      ໃນຕອນບ່າຍວັນທີ 27 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Choi Young Joo, ປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ, ປະທານກຸ່ມບໍລິສັດ Panko - ເຊິ່ງແມ່ນວິສາຫະກິດ ສ.ເກົາຫຼີ ທີ່ພວມຜັນຂະຫຍາຍບັນດາໂຄງການຕ່ຳແຜ່ນຕັດຫຍິບ ຢູູ່ພາກກາງ ຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ຫວຽນຊວນຟູ໋ກ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ ຫວຽດນາມ, ໃນນັ້ນມີບັນດາວິສາຫະກິດ ສ.ເກົາຫຼີ. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ໄດ້ສະເໜີ ທ່ານ Choi Young Joo ສືບຕໍ່ສະໜັບສະໜູນ, ຊຸກຍູ້ການເຄື່ອນໄຫວແລກປ່ຽນ, ຮ່ວມມືລະຫວ່າງບັນດາວິສາຫະກິດ ສ.ເກົາຫຼີ ແລະ ຫວຽດນາມ.
        ໃນວັນດຽວກັນ, ທີ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ໄດ້ຕ້ອນຮັບທ່ານ Lejeune Mbela Mbela ລັດຖະມົນຕີການຕ່າງປະເທດ ສາທາລະນະລັດ ກາເມີຣູນ. ທ່ານ ນາຍົກລັດຖະມົນຕີ ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງປະເທດທີ່ບັນດາເວທີປາໄສສາກົນໃນໄລຍະຜ່ານມາ, ພ້ອມທັງຂອບອົກຂອບໃຈລັດຖະບານ ກາເມີຣູນ ໄດ້ສ້າງເງື່ອນໄຂສະດວກໃຫ້ໂຄງການລົງທຶນຂອງ ຫວຽດນາມ ຢູ່ປະເທດນີ້. ປາດຖະໜາຢາກຊຸກຍູ້ສາຍພົວພັນສອງປະເທດໃນຫຼາຍຂົງເຂດ. ທ່ານ ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ຖືຜົນສຳເລັດຂອງບັນດານັກລົງທຶນຕ່າງປະເທດກໍ່ແມ່ນຜົນສຳເລັດຂອງ ຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ປາດຖະໜາວ່າ ລັດຖະບານ ກາເມີຣູນ ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ບັນດາໂຄງການໃນປັດຈຸບັນຂອງ ຫວຽດນາມ ກວ່າອີກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top