• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງ ກ່ຽວກັບເລື່ອງຕ້ານການເຊາະເຈື່ອນ

ຕອນບ່າຍວັນທີ 9 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານການເຮັດວຽກກັບບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳຂອງ ກ່ຽວກັບສະພາບການດິນເຊາະເຈື່ອນ.


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກກ່າວຄຳເຫັນທີ່ການເຮັດວຽກ

(ພາບ:VGP)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ທົ່ງພຽງແມ່ນ້ຳຂອງມີທີ່ຕັ້ງຍຸດທະສາດສຳຄັນ, ມີພົນລະເມືອງດຳລົງຊີວິດ ກວ່າ 20 ລ້ານຄົນ, ທ່ານນາຍົກລັດຖະມົນຕີ ຖືວ່າ ນີ້ແມ່ນບ່ອນທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກການປ່ຽນແປງຂອງດິນຟ້າອາກາດ. ໃນນັ້ນ, ສະພາບການຝັ່ງແມ່ນ້ຳຖືກເຊາະເຈື່ອນ, ລຳຄອງຮ່ອງເໝືອງແມ່ນ້ຳລຳເຊ, ຝັ່ງທະເລ ນາບຂູ່ໂດຍກົງເຖິງຄວາມປອດໄພຂອງບັນດາເຂດຊຸມຊົນ, ກິດຈະກຳພື້ນຖານໂຄງລ່າງແຄມແມ່ນ້ຳ, ແຄມທະເລ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເລື່ອງສຸມໃສ່ບັນດາແຫຼ່ງກຳລັງ ເພື່ອແກ້ໄຂສະພາບການປ່ຽນແປງຂອງດິນຟ້າອາກາດຢູ່ທົ່ງພຽງແມ່ນ້ຳຂອງ ແມ່ນສິ່ງທີ່ຈຳເປັນທີ່ສຸດ ເພື່ອຮັບປະກັນຄວາມປອດໄພຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ.

        ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກກະຊວງ, ພິເສດແມ່ນບັນດາທ້ອງຖິ່ນໃນເຂດຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ທັນການກວ່າ ຈົ່ງມີບັນດາວິທີແກ້ໄຂເພື່ອປະຕິບັດມະຕິຂອງລັດຖະບານ ກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງ ແບບຍືນຍົງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເອົາໃຈໃສ່ເປັນພິເສດເຖິງມາດຕະການປູກປ່າຮັກສາທີ່ດິນ, ວາງແຜນຜັງເຂດຊຸມຊົນຄືນໃໝ່, ຕັ້ງຖິ່ນຖານຄົງທີ່ຄືນໃໝ່ ແລະ ວາງແຜນການ ການຜະລິດຄືນໃໝ່.  ຊຸກຍູ້ການພົວພັນຮ່ວມມືກັບສາກົນ,  ກັບບັນດາປະເທດພາຍໃນພາກພື້ນໃນການດັດສົມກະແສນ້ຳໄຫຼ, ພິເສດແມ່ນໃນລະດູແລ້ງ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top