• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳ Formosa ຮ່າຕິ້ງ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານການເຮັດວຽກກັບການນຳກຸ່ມບໍລິສັດ Formosa, ການນຳບໍລິສັດເຫຼັກກ້າ ຮືງຫງຽບ Formosa ຮ່າຕິ້ງ ຈຳກັດ (FHS)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ກຸ່ມບໍລິສັດ Formosa
      ໃນຂອບເຂດການປະຕິບັດງານຢູ່ແຂວງ ຮ່າຕີ້ງ, ຕອນເຊົ້າວັນທີ 24 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານການເຮັດວຽກກັບການນຳກຸ່ມບໍລິສັດ Formosa, ການນຳບໍລິສັດເຫຼັກກ້າ ຮືງຫງຽບ Formosa ຮ່າຕິ້ງ ຈຳກັດ (FHS), ເຊິ່ງແມ່ນວິສາຫະກິດທີ່ໄດ້ກໍ່ໃຫ້ເກີດເຫດການສິ່ງແວດລ້ອມຢ່າງໜັກໜ່ວງໃນປີ 2016 ຢູ່ພາກກາງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ໄດ້ຊີ້ແຈ້ງວ່າເຫດການສິ່ງແວດລ້ອມຢູ່ Formosa ຮ່າຕິ້ງ ປີ 2016 ແມ່ນໜັກໜ່ວງທີ່ສຸດ. ພັກ, ລັດ, ແຂວງ ຮ່າຕິ້ງ  ແລະ ບັນດາແຂວງ ໃນເຂດ, ນັບທັງເຈົ້າຂອງລົງທຶນໄດ້ຊີ້ນຳຢ່າງຂ້ຽວຂາດເພື່ອແກ້ໄຂເຫດການນີ້ ແລະ ໃນກ່ວາໜຶ່ງປີຜ່ານມາບັນລຸໄດ້ໝາກຜົນສຳຄັນບາງຢ່າງ. ບໍລິສັດ Formosa ໄດ້ຮັບຜິດຊອບ ແລະ ຂໍໂທດລັດຖະບານ, ປະຊາຊົນ ຫວຽດນາມ ຢ່າງເປີດເຜີຍ, ຊົດເຊີຍຄ່າເສຍຫາຍໃຫ້ປະຊາຊົນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສິ່ງແວດລ້ອມ, ໃຫ້ຄຳໝັ້ນສັນຍາບໍ່ລະເມີດກົດໝາຍດ້ານສິ່ງແວດລ້ອມຄືນໃໝ່. ບໍລິສັດ Formosa ໄດ້ສົ່ງຈຳນວນເງິນຊົດເຊີຍ 500 ລ້ານ USD, ພ້ອມທັງຜັນຂະຫຍາຍບັນດາມາດຕະການແກ້ໄຂການລະເມີດດ້ານສິ່ງແວດລ້ອມ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top