• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນມູນເຊຶ້ອຂອງວິທະຍາຄານເສນາຮັກ

      ຕອນເຊົ້າວັນທີ 09 ມີນາ ທີ່ຮ່າໂນ້ຍ, ວິທະຍາຄານເສນາຮັກໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງວິທະຍາຄານ (10/03/1949 – 10/03/2019) ແລະ ຕ້ອນຮັບຫຼຽນໄຊໂຮ່ຈີມິນ ຄັ້ງທີ 2. 

ພິທີສະເຫຼີມສະຫຼອງວັນມູນເຊຶ້ອຂອງວິທະຍາຄານເສນາຮັກ 
      ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງວິທະຍາຄານໄດ້ປະຕິບັດທັງ 3 ໜ້າທີ່ການເມືອງຈຸດສຸມເປັນຢ່າງດີ ນັ້ນແມ່ນ ບຳລຸງສ້າງແຫຼ່ງຊັບພະຍາກອນສາທາລະນະສຸກໃຫ້ແກ່ກອງທັບ ແລະ ຂະແໜງສາທາລະນະສຸກ; ຄົ້ນຄວ້າ ແລະ ພັດທະນາວິທະຍາສາດເຕັກໂນໂລຊີການແພດການຢາ; ຍົກສູງຄຸນນະພາບ ແລະ ປະສິດທິພາບການກວດປິ່ນປົວພະຍາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ:
        ວິທະຍາຄານເສນາຮັກຕ້ອງມີຍຸດທະສາດພັດທະນາໄລຍະຍາວ, ມີວິໄສທັດຮອດປີ 2030, ຮອດປີ 2045; ສູ້ຊົນສ້າງວິທະຍາຄານໃຫ້ກາຍເປັນສູນບຳລຸງສ້າງ, ຄົ້ນຄວ້າ, ໝູນໃຊ້ ແລະ ປິ່ນປົວພະຍາດມທີ່ມີລະດັບພາກພື້ນ, ສາກົນ. ໃນຕໍ່ໜ້າ, ສະເໜີໃຫ້ວິທະຍາຄານຕ້ອງບັນລຸໄດ້ມາດຖານໂຮງຮຽນຈຸດສຸມລະດັບຊາດໂດຍໄວ, ກາຍເປັນສູນຄົ້ນຄວ້າການແພດການຢາແຖວໜ້າຂອງ ຫວຽດນາມ.
        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມຮາກຖານວັດຖຸຂອງວິທະຍາຄານ, ປູກຕົ້ນໄມ້ທີ່ລະນຶກໃນບໍລິເວນຂອງວິທະຍາຄານ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top