• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມພົບປະກັບບັນດານັກລົງທຶນຄັ້ງທີ 10 ຢູ່ແຂວງເງະອານ

      ວຽກງານໃດຍັງຄ້າງຄາ ຕ້ອງຊອກຫາວິທີແກ້ໄຂໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດ, ຖືຄວາມເພິ່ງພໍໃຈຂອງປະຊາຊົນ ແລະ ວິສາຫະກິດແມ່ນໄມ້ຫຼາວັດແທກໃຫ້ແກ່ໝາກຜົນຂອງວຽກງານ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ 
      ຕອນເຊົ້າວັນທີ 10 ມີນາ, ຢູ່ແຂວງ ເງະອານ, ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເງະອານ ຈັດຕັ້ງກອງປະຊຸມພົບປະກັບບັນດານັກລົງທຶນຄັ້ງທີ 10. ເຂົ້າຮ່ວມກອງປະຊຸມ, ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານອະດີດປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ພ້ອມກັບບັນດາການນຳກະຊວງ, ຂະແໜງການສູນກາງ ແລະ ຜູ້ແທນເກືອບ 900 ຄົນທີ່ມາຈາກບັນດາກຸ່ມບໍລິສັດ, ວິສາຫະກິດ, ນັກທຸລະກິດ, ບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ເພື່ອເພີ່ມທະວີດຶງດູດການລົງທຶນເຂົ້າແຂວງເງະອານ, ການນຳ, ພະນັກງານ, ລັດຖະກອນ, ພາລະກອນແຕ່ລະຄົນຂອງແຂວງ ເງະອານ ຕ້ອງສຸດຈິດສຸດໃຈກັບວຽກງານດ້ວຍຈິດໃຈຮັບໃຊ້ໃຫ້ປະຊາຊົນ ແລະ ວິສາຫະກິດໃຫ້ດີທີ່ສຸດ, ບົນຈິດໃຈທີ່ວ່າ: ວຽກງານໃດຍັງຄ້າງຄາ ຕ້ອງຊອກຫາວິທີແກ້ໄຂໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດ, ຖືຄວາມເພິ່ງພໍໃຈຂອງປະຊາຊົນ ແລະ ວິສາຫະກິດແມ່ນໄມ້ຫຼາວັດແທກໃຫ້ແກ່ໝາກຜົນຂອງວຽກງານ.
        ທີ່ກອງປະຊຸມ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ການນຳແຂວງ ເງະອານ  ໄດ້ມອບໃບຢັ້ງຢືນຈົດທະບຽນລົງທຶນໃຫ້ແກ່ 9 ໂຄງການ ແລະ ລົງນາມໃນບົດບັນທຶກຊ່ວຍຈຳ, ຮ່ວມມືເຂົ້າແຂວງ ເງະອານ 16 ສະບັບ ດ້ວຍຍອດທຶນຈົດທະບຽນທັງໝົດແມ່ນກ່ວາ 13.000 ຕື້ດົ່ງ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top