• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງກວດກາ ແລະ ຊີ້ນຳວຽກງານແກ້ໄຂຜົນຮ້າຍຢ່ອນຫຼັງຈາກພາຍຸລູກທີ 10

      ໃນຕອນເຊົ້າວັນທີ 16 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ລົງກວດກາສະພາບຄວາມເສຍຫາຍຍ້ອນພາຍຸດັ່ງກ່າວກໍ່ຂຶ້ນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບການນຳຮ່າຕິ້ງ
      ຕາມການສະຖີຕິໃນເບື້ອງຕົ້ນ, ພາຍຸລູກທີ 10 ຫຼືພາຍຸ Doksuri ໄດ້ພັດເຂົ້າບັນດາແຂວງພາກກາງຫວຽດນາມຈາກຮ່າຕິ້ງຫາກວາງບິງ ໃນວັນທີ 15 ກັນຍາ, ອັນໄດ້ເຮັດໃຫ້ 6 ຄົນເສຍຊີວິດ ແລະ 21 ຄົນໄດ້ຮັບບາດເຈັບ. ເຮືອນປະມານ 24.000 ຫຼັງຖືກເລີກຫຼັງຄາ, ເຮືອນກວ່າ 54.000 ຫຼັງຖືກນ້ຳຖ້ວມ ແລະ ເນື້ອທີ່ພືດສຳຮອງຫຼາຍແຮັກຕາຖືກເສຍຫາຍ. ໂຮງຮຽນຫຼາຍຫຼັງ ແລະ ກິດຈະກຳສາທາລະນະຫຼາຍແຫ່ງຖືກເປເພ.
      ໃນຕອນເຊົ້າວັນທີ 16 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ລົງກວດກາສະພາບຄວາມເສຍຫາຍຍ້ອນພາຍຸດັ່ງກ່າວກໍ່ຂຶ້ນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢ້ຽມຢາມໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ຕາແສງກີນາມ, ເທດສະບານ ກີແອງ. ນີ້ແມ່ນໂຮງຮຽນຖືກເສຍຫາຍຢ່າງໜັກຍ້ອນພາຍຸກໍ່ຂຶ້ນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີວ່າ :
    “ ຕ້ອງລະດົມກຳລັງເພື່ອມຸງຫຼັງຄາເຮືອນໃຫ້ແກ່ປະຊາຊົນ, ຟື້ນຟູໂຮງຮຽນຖືກເປເພ. ນີ້ແມ່ນວຽກງານທີ່ສຳຄັນ, ບໍ່ປະໃຫ້ປະຊາຊົນຖືກຕົກຢູ່ໃນສະພາບນອນກາງດິນ ກິນກາງຊາຍ, ຕ້ອງຮັບປະກັນຊີວິດເປັນປົກກະຕິໃຫ້ປະຊາຊົນ. ຕ້ອງເຮັດອະນາໄມໂດຍໄວ, ຮັບປະກັນມີໄຟຟ້າ, ນ້ຳໃຊ້ ເພື່ອໃຫ້ບັນດານັກຮຽນສືບຕໍ່ຮ່ຳຮຽນປົກກະຕິ ”
     ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງເຮັດວຽກກັບການນຳແຂວງກວາງບີງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຄຳຊີ້ນຳວ່າ : 
    “ ເຫັນດີໜູນຊ່ວຍເຂົ້າສານ 3.000 ໂຕນໃຫ້ແກ່ປະຊາຊົນພາຍຫຼັງປະສົບກັບພາຍຸ. ເຫັນດີມອບໝາຍໃຫ້ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ແກ້ໄຂແນວພັນ, ພືດຜັກໃຫ້ແກ່ແຂວງກວາງບີງຢ່າງທັນການເພື່ອຫນູນຊ່ວຍ ປະຊາຊົນໃນລະດູການຜະລິດທີ່ຈະມາເຖິງ.
(ແຫຼ່ງຄັດຈາກ VOV)



 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top