• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກສຶກສາກວ່າ 60.000 ຄົນເຂົ້າຮ່ວມການເຄື່ອນໄຫວອາສາສະໝັກ “ລະດູແລ້ງຂຽວ” ຄັ້ງທີ 25 ປີ 2018

ຕອນເຊົ້າວັນທີ 15 ກໍລະກົດ, ຢູ່ນະຄອນໂຮ່ຈີີມິນ, ສະຫະພັນຊາວໜຸ່ມຫວຽດນາມ ນະຄອນໂຮ່ຈີມິນ ສົມທົບກັບສະມາຄົມນັກສຶກສາຫວຽດນາມນະຄອນ ໄດ້ຈັດຕັ້ງພິທີອອກເຄື່ອນພົນການເຄື່ອນໄຫວອາສາສະໝັກ “ລະດູແລ້ງຂຽວ” ຄັ້ງທີ 25 ປີ 2018 ດ້ວຍຫົວຂໍ້ວ່າ: ນັກຮົບອາສາສະໝັກລະດູແລ້ງຂຽວ ນະຄອນໂຮ່ຈີມິນ ມີຫົວຄິດປະດິດສ້າງ, ອາສາສະໝັກ ເພື່ອວົງຄະນະຍາດ.



ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈີມິນ ເຂົ້າຮ່ວມພິທີອອກເຄື່ອນພົນ

(ພາບ: Viet Dung/sggp.org.vn)

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈີມິນ, ໄດ້ຕີລາຄາສູງບັນດາໝາກຜົນທີ່ດີຂອງບັນດານັກຮົບອາສາສະໝັກ “ລະດູແລ້ງຂຽວ” ທີ່ປະຕິບັດໄດ້ໃນຊຸມປີຜ່ານມາ, ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ນໍ້າໃຈປະຈັນບານຂອງຊາວໜຸ່ມ.

        ໂດຍໄດ້ດໍາເນີນ ແຕ່ວັນທີ 15 ກໍລະກົດ ຫາ ວັນທີ 12 ສິງຫາ, ການເຄື່ອນໄຫວອາສາສະໝັກ “ລະດູແລ້ງຂຽວ” ຄັ້ງທີ 25 ປີ 2018 ໄດ້ດຶງດູດນັກສຶກສາກວ່າ 60.000 ຄົນເຂົ້າຮ່ວມ, ປະຕິບັດບັນດາການເຄື່ອນໄຫວອາສາສະໝັກສຸມໃສ່ 5 ເມືອງຢູ່ຊານນະຄອນໂຮ່ຈີມິນ, ບັນດາທ້ອງຖິ່ນເຂດຊາຍແດນທາງທິດຕາເວັນອອກສ່ຽງໃຕ້, ບັນດາແຂວງທາງທິດຕາເວັນຕົກສ່ຽງໃຕ້, ທາງພາກກາງ ແລະ ເຂດໄຕງວຽນ, ເກາະໂຖຈູ ( ຢູ່ຕາແສງໂຖເຈົາ, ເມືອງຟຸກັວກ, ແຂວງກຽນຢາງ) ແລະ  ຢູ່ສປປ.ລາວ.

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top